Top Ad

header ads

ເຂື່ອນໄຟຟ້ານໍ້າທາເຕືອນ!! ຈະປ່ອຍນໍ້າອອກຈາກເຂື່ອນ ປະຊາຊົນເຝົ້າລະວັງໄພທີ່ອາດຈະເກີດຂື້ນ

ເພື່ອຫລຸດຜ່ອນອຸທົກກະໄພທີ່ອາດາຈະເກີດຂື້ນ ທີ່ມີຜົນສືບເນື່ອງມາຈາກຝົນຕົກຕິດຕໍ່ກັນຫລາຍມື້ ເຮັດໃຫ້ປະລິມານນໍ້າໃນສາຂາຕ່າງໆ ລວມທັງປະລິມານນໍ້າອ່າງເກັບຂອງຈຳນວນເຂື່ອນຕ່າງໆຍີ່ງເພີ່ມຂຶ້ນ ເຊິ່ງອາດຈະເຮັດໃຫ້ເກີດໄພພິບັດທີ່ມີຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ
ດັ່ງນັ້ນບໍລິສັດໄຟຟ້ານໍ້າທາ1 ລາວຈຳກັດ ຈື່ງໄດ້ອອກແຈ້ງການເລກທີ NT1-BK-2018-06 ລົງວັນທີ 21ກໍລະກົດ2018 ວ່າດ້ວຍການປ່ອຍນໍ້າຂອງເຂື່ອນໄຟຟ້ານໍ້າທາ1 ເຊີ່ງໃນແຈ້ງການລະບຸວ່າ: ເນື່ອງຈາກການເກັບກັກນໍ້າຂອງໂຄງການເຂື່ອໄຟຟ້ານໍ້າທາ1 ໄລຍະທີ1 ປະຈຸບັນແມ່ນສຳເລັດແລ້ວ ຈຳຕ້ອງໄດ້ປ່ອຍນໍ້າປະລິມານນື່ງບເພື່ອຮັກສາລະດັບນໍ້າປະຈຸບັນໄວ້ ປະມານ 5ມື້ ດັ່ງນັ້ນຍບໍລິສັດໄຟຟ້ານໍ້າທາ1 ລາວຈຳກັດ ຈື່ງມີແຜນເປີດປະຕູນໍ້າໃນວັນທີ 22ກໍລະກົດ2018 ລະດັບນໍ້າແຕ່ພື້ນນໍ້າເຖິງຫນ້ານໍ້າຂອງສາຍລຸ່ມເຂື່ອນ ຈະສູງຂື້ນ 6ແມັດ
ດັ່ງນັ້ນຈື່ງແຈ້ງມາຍັງທ່ານເພື່ອແຈ້ງຕໍ່ຫາຫມູ່ບ້ານແຄມນໍ້າລຸ່ມເຂື່ອຮ ບໍ່ໃຫ້ກິດຈະກຳຢູ່ເຂດອັນຕະລາຍ, ຮັກສາຊັບສິນຂອງຕົນໃຫ້ດີ ເພື່ອຫລີກລ້ຽງຄວາມເສຍຫາຍທີ່ບໍ່ຈຳເປັນ ສະນັ້ນຈື່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ປະຕິບັດຕາມທາງທີ່ຄວນດ້ວຍ


ບໍລິສັດໄຟຟ້ານໍ້າທາ1 ລາວຈຳກັດ ເປັນວິສາຫະກິດປະສົມລາວ-ຈີນ ໂດຍລັດວິສາຫະກິດໄຟຟ້າລາວຖືຮຸ້ນ 20% ແລະ China Southern Grid International ຫລື CSGI ຖືຮຸ້ນ 80% ໂຄງການເຂື່ອນໄຟຟ້ານໍ້າທາ1 ໄດ້ເລີ່ມລົງມືກໍ່ສ້າງຕັ້ງແຕ່ຕົ້ນເດືອນກໍລະກົດ 2014 ເປັນຕົ້ນມາ ໂຄງການຕັ້ງຢູ່ບ້ານຜາຊ້າງ ເມືອງຜາອຸດົມ ແຂວງບໍ່ແກ້ວ
ພາຍຫລັງມີການປ່ອຍນໍ້າອອກຈາກເຂື່ອນ 2-3ມື້ຜ່ານມາ ປະຈຸບັນນີ້ຍັງບໍ່ທັນມີລາຍງານເຖິງສະພາບການຕ່າງໆ ດັ່ງນັ້ນເພື່ອຫລີກລ້ຽງໄພພິບັດທີ່ອາດຈະເກີດຂື້ນ ຂໍໃຫ້ພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດແຂວງດັ່ງກ່າວຈົ່ງມີສະຕິ ແລະ ເຄື່ອນຍ້າຍສີ່ງຂອງໄປໄວ້ທີ່ປອດໄພຈະດີທີ່ສຸດ
Ad