Top Ad

header ads

ເຮືອບິນໂດຍສານແມັກຊິໂກຕົກ 101 ຄົນ ລອດຊີວິດປະຕິຫານ


ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງດູຣັງໂກປະເທດແມັກຊິໂກເມື່ອວັນທີ່ 31 ກໍລະກົດວ່າ ສຳນັກງານປ້ອງກັນໄພພົນລະເຮືອນແຫ່ງລັດດູຣັງໂກ ຊື່ງຕັ້ງຢູ່ໃນເຂດພາກກາງຕອນເທີງຂອງແມັກຊິໂກ ລາຍງານການເກີດເຫດຖ້ຽວບິນໂດຍສານເອເອັມ 2431 ຂອງສາຍການບິນແອໂຣແມັກຊິໂກຊື່ງເປັນສາຍການບິນແຫ່ງຊາດ ໃຊ້ເຮືອບິນໂດຍສານເອັມບຣາເອີ 190 ພ້ອມຜູ້ໂດຍສານ 97 ຄົນ ແລະຈຸບິນ 4 ຄົນ ລົງຈອດກະແທກພື້ນຫ່າງຈາກສະໜາມບິນນານາຊາດກົວດາລູປ ວິກຕໍເຣຍ ອິນເຕີເນຊັ່ນແນລ ປະມານ 10 ກິໂລແມັດ ຫຼັງບິນຂື້ນຂື້ນຈາກສະຫນາມບິນໄດ້ພຽງບໍ່ເທົ່າໃດນາທີ ເມື່ອຕອນແລງຂອງວັນອັງຄານຕາມເວລາທ້ອງຖິ່ນ

ທັງນີ້ ຫນ່ວຍກູ້ໄພໄດ້ຮີບໄປຍັງຈຸດເກີດເຫດພາຍໃນເວລາອັນວ່ອງໄວ ແລະໃຫ້ຄວາມຊ່ວຍເຫຼືອຜູ້ທີ່ຕິດຢູ່ພາຍໃນຫ້ອງໂດຍສານອອກມາໄດ້ຢ່າງຕໍ່ເນື່ອງ ກວດສອບເບື້ອງຕົ້ນມີຜູ້ໄດ້ຮັບບາດເຈັບປະມານ 85 ຄົນ ໂດຍ 37 ຄົນຕ້ອງເຂົ້າຮັບການຮັກສາໃນໂຮງຫມໍ ນອກຈາກນີ້ ບາງສ່ວນຂອງເຮືອບິນເກີດເພີງໄຫມ້ອີກດ້ວຍ ແຕ່ເຈົ້າຫນ້າທີ່ສາມາດຄວບຄຸມສະຖານະການໄດ້ແລ້ວ

ຂະນະທີ່ສາເຫດທີ່ເຮັດໃຫ້ເຮືອບິນລຳນີ້ຊື່ງມີປາຍທາງຄືນະຄອນແມັກຊິໂກຊິຕີຕ້ອງ “ລົງຈອດສຸກເສີນ” ຍັງຢູ່ໃນຂັ້ນຕອນການສືບສວນສອບສວນຂອງຫນ່ວຍງານທີ່ກ່ຽວຂ້ອງ ຊື່ງກຸ່ມບໍລິສັດແອໂຣປໍຣໂຕຣິໂອ ເຊັນໂຕຣ ນໍເຕ ຜູ້ປະກອບການສະຫນາມບິນກົວດາລູປ ວິກຕໍເຣຍ ສົງວ່າຈະກ່ຽວກັບສະພາບອາກາດທີ່ບໍ່ດີໃນຊ່ວງເກີດເຫດ ດ້ານທຳນຽບລອສປິນອສອອກຖະແຫຼງການວ່າປະທານາທິບໍດີເອັນຣິເກ ເປຢາ ເນຍໂຕ ຮັບຮູ້ເຫດການທີ່ເກີດຂື້ນແລ້ວ ແລະກຳຊັບໃຫ້ທຸກຝ່າຍຊ່ວຍເຫຼືອຜູ້ປະສົບໄພຢ່າງສຸດຄວາມສາມາດ



Ad