Top Ad

header ads

ລັດຖະກອນເຮ! ລັດກຳນົດຈະຈ່າຍເງິນເດືອນພະນັກງານ-ລັດຖະກອນ ລະຫວ່າງວັນທີ 25-30 ຂອງແຕ່ລະເດືອນ


ເມື່ອທ້າຍອາທິດຜ່ານມາ ທີ່ກະຊວງການເງິນ,  ລັດຖະບານ ກໍ່ຄື ກະຊວງການເງິນ  ໂດຍສະເພາະແມ່ນຄັງເງິນແຫ່ງຊາດ,  ໄດ້ຈັດກອງປະຊຸມປະກອບ ຄໍາເຫັນໃສ່ຮ່າງແນະນໍາ  ກ່ຽວກັບການຈັດຕັ້ງປະຕິບັດ,  ລາຍຈ່າຍເງິນເດືອນ,  ເງິນອຸດໜູນ ແລະ ເງິນນະໂຍບາຍໃຫ້ພະນັກງານ- ຜ່ານລະບົບທະນາຄານ, ໂດຍໃນຮ່າງຄຳແນະນໍາດັ່ງກ່າວ  ທະນາຄານຜູ້ໃຫ້ບໍລິການຈະຕ້ອງ ໂອນເງິນເດືອນເຂົ້າບັນຊີເງິນຝາກ ຂອງພະ ນັກງານ-ລັດຖະກອນ  ໃນລະຫວ່າງ ວັນທີ 25-30 ຂອງແຕ່ລະເດືອນ ທັງນີ້  ກໍ່ເພື່ອຄວາມເປັນເອກະພາບ ໃນການເບີກຈ່າຍເງິນເດືອນໃນຂອບເຂດທົ່ວປະເທດ.
ສຳນັກຂ່າວສານປະເທດລາວລາຍງານວ່າ ກອງປະຊຸມດັ່ງກ່າວ,  ໂດຍການເປັນປະທານຂອງ ທ່ານ ບຸນເຫລືອ  ສິນໄຊວໍຣະວົງ ຫົວໜ້າກົມນະໂຍບາຍການເງິນ  ແລະ ນິຕິກໍາ, ມີ ທ່ານ ນາງ ວັນພອນ  ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ,  ມີພະນັກ ງານວິຊາການຄັງເງິນແຫ່ງຊາດ,  ບັນດາກະຊວງຕ່າງໆ,  ຕາງໜ້າຈາກທະນະຄານແຫ່ງ ສປປ ລາວ,  ຄະນະອໍານວຍການຈາກບັນດາທະນາຄານທຸລະກິດ,  ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໃຫ້ຮູ້ວ່າ:  ກອງປະຊຸມປະກອບຄໍາເຫັນໃສ່ຮ່າງແນະນໍາ  ກ່ຽວການຈັດຕັ້ງປະຕິບັດລາຍຈ່າຍເງິນເດືອນ,  ເງິນອຸດໜູນ ແລະ ເງິນນະໂຍບາຍ ໃຫ້ພະນັກງານ-ລັດຖະ ກອນຜ່ານ ລະບົບທະນາຄານ  ເພື່ອຄວາມເປັນເອກະພາບເບີກຈ່າຍເງິນເດືອນ,  ເງິນອຸດໜູນ ແລະ ເງິນນະໂຍບາຍໃຫ້ພະນັກງານ-ລັດຖະກອນ  ໃນແຕ່ລະເດືອນໃນຂອບເຂດທົ່ວປະເທດ,  ທັງເປັນການຫລີກລຽງການຄອງຄອຍ ໃນແຕ່ລະວັນ ວ່າເງິນເດືອນ,  ເງິນອຸດໜູນ,  ເງິນນະໂຍບາຍຈະອອກວັນທີໃດ ຂອງແຕ່ລະເດືອນ.
ການເບີກຈ່າຍເງິນເດືອນ, ເງິນອຸດໜູນ  ແລະ ເງິນນະໂຍບາຍໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ພັກ-ລັດຖະບານ  ໄດ້ຖືເອົາເປັນບຸລິມະສິດອັນດັບໜຶ່ງ,  ຊຶ່ງໃນໄລຍະຜ່ານມາການຈັດຕັ້ງ ປະຕິບັດວຽກ ງານດັ່ງກ່າວ,  ຍັງບໍ່ທັນເປັນເອກະພາບ  ສະແດງອອກບາງຫົວໜ່ວຍງົບປະມານ ໃນແຕ່ລະເດືອນໄດ້ຮັບເງິນເດືອນໄວ,  ບາງຫົວໜ່ວຍງົບປະມານໄດ້ຮັບເງິນເດືອນຊ້າ,  ຍິ່ງໄປກວ່ານັ້ນ, ຍັງມີບາງຫົວໜ່ວຍງົບປະມານຢູ່ຂັ້ນທ້ອງຖິ່ນ  ຍັງປະກອບເອກະສານເບີກຈ່າຍເງິນເດືອນ ເປັນງວດ. ສະນັ້ນ,  ເຫັນໄດ້ເຖິງຄວາມສໍາຄັນ ຂອງວຽກງານດັ່ງກ່າວ ແລະ ເພື່ອຫັນເອົາວຽກງານການເບີກຈ່າຍເງິນເດືອນ,  ເງິນອຸດໜູນ, ເງິນນະໂຍບາຍຜ່ານລະບົບທະນາຄານ ໃຫ້ມີ ຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ກະຊວງການເງິນ  ຈຶ່ງໄດ້ຮ່າງຄໍາແນະນໍາກ່ຽວການຈັດຕັ້ງປະຕິບັດ ລາຍຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວ ມີປະ ສິດທິພາບ,  ໂປ່ງໃສ, ວ່ອງໄວ, ຖືກຕ້ອງ,  ສາມາດກວດສອບໄດ້  ແລະ ທັນຕາມກໍານົດເວລາ.
ໃນໂອກາດດຽວກັນ, ທ່ານ ນາງ ວັນພອນ  ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ  ໄດ້ຂຶ້ນຜ່ານຮ່າງບົດແນະນໍາດັ່ງກ່າວ  ແລະ ເປົ້າໝາຍການນຳໃຊ້ບັນດາຫົວໜ່ວຍງົບປະມານຂັ້ນສູນກາງ  ແລະ ທ້ອງຖິ່ນ, ກົມງົບປະມານແຫ່ງລັດ/ຂະແໜງງົບປະມານແຫ່ງລັດ  ຂັ້ນທ້ອງຖິ່ນ,​ ຄັງເງິນແຫ່ງຊາດ/ຄັງເງິນແຫ່ງຊາດ  ປະຈໍາທ້ອງຖິ່ນ, ກະຊວງພາຍໃນ/ຂະແໜງພາຍໃນ  ຂັ້ນທ້ອງຖິ່ນ ແລະ ທະນາຄານທຸລະກິດ ຂອງລັດຜູ້ໃຫ້ບໍລິການ.
ໃ ຮ່າງແນະນໍາກ່ຽວກັບການຈັດຕັ້ງປະຕິບັດ,  ລາຍຈ່າຍເງິນເດືອນ, ເງິນອຸດໜູນ  ແລະ ເງິນນະໂຍບາຍໃຫ້ພະນັກງານ -ລັດຖະກອນຜ່ານລະບົບທະນາຄານ  ໄດ້ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ການເບີກ ຈ່າຍ ເງິນເດືອນ,  ເງິນອຸດໜູນ ແລະ ເງິນນະໂຍບາຍ ຄື:  ບັນດາຫົວໜ່ວຍງົບປະມານຂັ້ນສູນກາງ  ແລະ ທ້ອງຖິ່ນ  ປະກອບເອກະສານບັນຊີຈຳນວນພົນ,  ຊັ້ນ-ຂັ້ນເງິນເດືອນ, ການອຸດໜູນຂອງພະນັກງານ-ລັດຖະກອນ  ສົ່ງຫາກະ ຊວງພາຍໃນ/ຂະແໜງພາຍ ໃນ ຂັ້ນທ້ອງຖິ່ນ ຂອງງວດຕໍ່ໄປ  ບໍ່ໃຫ້ກາຍວັນທີ 15 ຂອງເດືອນສຸດທ້າຍ ໃນແຕ່ລະງວດ, ເອກະສານລາຍຈ່າຍເງິນເດືອນ,  ເງິນອຸດໜູນ,  ເງິນນະໂຍບາຍສົ່ງຫາກົມງົບປະມານແຫ່ງລັດ /ຂະແໜງ ງົບປະມານແຫ່ງລັດ  ຂັ້ນທ້ອງຖິ່ນ ເພື່ອຄົ້ນຄວ້າອະນຸມັດລາຍຈ່າຍຂອງງວດຕໍ່ໄປ  ບໍ່ໃຫ້ກາຍວັນທີ 30 ຂອງເດືອນສຸດທ້າຍ ໃນແຕ່ລະງວດ  ແລະ ໃບຖອນເງິນສົ່ງຫາຄັງເງິນແຫ່ງຊາດ /ຄັງເງິນແຫ່ງຊາດ ປະຈຳທ້ອງຖິ່ນ ເພື່ອກວດກາຄວາມຖືກຕ້ອງ ບໍ່ໃຫ້ກາຍວັນທີ 15 ຂອງແຕ່ລະເດືອນ.
ສ່ວນກະຊວງພາຍໃນ/ຂະແໜງພາຍໃນ  ຂັ້ນທ້ອງຖິ່ນ ກວດກາ ແລະ ຢັ້ງຢືນເອກະສານບັນຊີຈຳນວນພົນຊັ້ນ-ຂັ້ນເງິນເດືອນ,​  ການອຸດໜູນຂອງຫົວໜ່ວຍງົບປະ ມານ ຂອງງວດຕໍ່ໄປ  ບໍ່ໃຫ້ກາຍວັນທີ 20 ຂອງເດືອນ ສຸດທ້າຍ ໃນແຕ່ລະງວດ.
ກົມງົບປະມານແຫ່ງລັດ/ຂະແໜງງົບປະມານແຫ່ງລັດ  ຂັ້ນທ້ອງຖິ່ນ ກວດກາ ແລະ ອະນຸມັດລາຍຈ່າຍເງິນເດືອນ,  ເງິນອຸດໜູນ, ເງິນນະໂຍບາຍໃຫ້ບັນດາຫົວໜ່ວຍງົບປະມານ  ບໍ່ໃຫ້ກາຍວັນທີ 10 ຂອງເດືອນທຳອິດ ໃນງວດທີ່ປະຕິບັດລາຍຈ່າຍ.
ຄັງເງິນແຫ່ງຊາດ/ຄັງເງິນແຫ່ງຊາດ   ປະຈຳທ້ອງຖິ່ນ ກວດກາ  ເອກະສານລາຍຈ່າຍເງິນເດືອນ,  ເງິນອຸດໜູນ, ເງິນນະໂຍບາຍ  ຂອງຫົວໜ່ວຍງົບປະມານບໍ່ໃຫ້ກາຍວັນທີ 20  ຂອງແຕ່ລະເດືອນ ແລະ ສົ່ງເອກະສານ  ລາຍຈ່າຍເງິນເດືອນ, ເງິນອຸດໜູນ,  ເງິນນະໂຍບາຍໄປຈ່າຍຢູ່ທະນາຄານເປັນແຕ່ລະວັນ,  ຊຶ່ງເລີ່ມແຕ່ວັນທີ 24-30 ຂອງແຕ່ລະເດືອນ  ແລະ ທະນາຄານຜູ້ໃຫ້ບໍລິການ  ຕ້ອງໂອນເງິນເດືອນເຂົ້າບັນຊີເງິນຝາກ ຂອງພະນັກ ງານ-ລັດຖະກອນ  ໃນລະຫວ່າງວັນທີ 25-30  ຂອງແຕ່ລະເດືອນ.  ທັງນີ້, ເພື່ອຄວາມເປັນເອກະພາບ  ໃນການເບີກຈ່າຍເງິນເດືອນ,  ເງິນອຸດໜູນ  ແລະ ເງິນນະໂຍບາຍໃຫ້ພະນັກງານ-ລັດຖະກອນ  ຜ່ານລະບົບທະນາ ຄານໃນ ຂອບເຂດທົ່ວປະເທດ.
ຂໍຂອບໃຈ
Ad