Top Ad

header ads

ດັງໄປທົ່ວປະເທດ!!! ລົງໂທດ ປະທານສະໂມສອນ ວຽງຈັນ ຢູ່ໄນເຕັດ 90 ວັນ! ຂໍ້ຫາປະຈານ ທາງເຂົ້າ ສຕລ ເປື້ອນ!!!


ນະຄອນຫຼວງວຽງຈັນ: ເວລາປະມານ 17:17 ວັນທີ 28 ສິງຫາ 2018 ເພຈທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ໄດ້ອອກແຈ້ງການເລກທີ 687/ສຕລ ລົງວັນທີ 28 ສິງຫາ 2018 ເຖິງ ສະໂມສອນ ວຽງຈັນ ຢູ່ໄນເຕັດ ເລື່ອງການປະຕິບັດ ວິໄນ ຕໍ່ ປະທານສະໂມສອນ ໂດຍມີເນື້ອໃນວ່າ

ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງ ສະໂມສອນວຽງຈັນ ຢູໄນເຕັດ ຊາບວ່າ ຄະນະປະຈໍາສະຫະພັນບານເຕະແຫ່ງຊາດລາວ ໄດ້ພິຈາລະນາ ແລະ ມີມະຕິເຫັນດີເປັນເອກະພາບ ໃນການປະຕິບັດວິໄນຕໍ່ທ່ານ ນາງ Phijika Boonkwang ສັນຊາດໄທ, ປະທານ ສະໂມສອນວຽງຈັນ ຢູໄນເຕັດ ໂດຍຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບທຸກໆກິດຈະກໍາບານເຕະຢູ່ໃນ ສປປ ລາວ ເປັນເວລາ 90 ວັນ ອີງຕາມມາດຕາ 42 ຂອງກົດລະບຽບ ແລະ ຂໍ້ບັງຄັບວ່າດ້ວຍການແຂ່ງຂັນບານເຕະສາຍ ກໍ (Division 1) ປະຈໍາປີ 2018 ເນື່ອງຈາກວ່າຜູ້ກ່ຽວໄດ້ຖ່າຍທອດສົດຜ່ານທາງ Facebook ສ່ວນຕົວຊື່ Phijika Boonkwang ໃນວັນທີ 25 ສິງຫາ 2018 ວິຈານສະຫະພັນບານເຕະແຫ່ງຊາດລາວຢ່າງບໍ່ເໝາະສົມ ອັນເປັນການສ້າງຄວາມເສື່ອມເສຍຊື່ສຽງໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ ກໍ່ຄື ປະເທດຊາດ. 

– ສ່ວນສະໂມສອນບານເຕະວຽງຈັນ ຢູໄນເຕັດ ແມ່ນມີສິດເຄື່ອນໄຫວຕາມປົກກະຕິ.
– ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.






ຄລິບເຫດການ




Ad