Top Ad

header ads

ປະຊາຊົນ ຈຳນວນ 9 ບ້ານ ຂອງເມືອງພູຄູນ ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ຝົນຕົກໜັກ ໃນໄລຍະຜ່ານມາ



ເນື່ອງຈາກສະພາບຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ບວກກັບອິດທິພົນຈາກພະຍຸເຂດຮ້ອນ ໃນກາງເດືອນ ກໍລະກົດ ຫາ ຕົ້ນເດືອນ ສິງຫາ 2018 ທີ່ຜ່ານມາ ເຊິ່ງໄດ້ເຮັດໃຫ້ເນື້ອທີທຳການຜະລິດ, ບ້ານເຮືອນ ແລະ ສັດລ້ຽງຂອງປະຊາຊົນ ລວມເຖິງພື້ນຖານໂຄງລາງຂອງລັດເຊັ່ນ: ຖະໜົນຫົນທາງ, ລະບົບນໍ້າລິ່ນສະອາດ ແລະ ຊົນລະປະທານຕ່າງໆໃນທົ່ວເມືອງພູຄູນ ຖືກເສຍຫາຍ ຈາກນໍ້າປ່າໄຫຼຫຼັງ, ດິນເຈືອນ, ດິນຍຸບ ອັນໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊັບສິນຂອງລັດ ຫຼາຍສົມຄວນ ມາຮອດປະຈຸບັນ ທົ່ວເມືອງມີບ້ານທີ່ໄດ້ຮັບຜົນເສຍຫາຍ ທັງໝົດ 9 ບ້ານຄື: ບ້ານສາມແຍກ , ພູຄູນນ້ອຍ,ໂພນໄຊ,ໂພນຄຳ,ນາກືນ, ຜາແກ້ວ, ນໍ້າມ້າດາວ,ບ້ານຈີມ ແລະ ບ້ານຜາເກ່ງໃຫ່ຍ


ມີຈຳນວນ 93 ຄອບຄົວ ພົນລະເມືອງ 578 ຄົນ ໃນນີ້ມີບ້ານເຮືອນ, ຫ້າງຮ້ານ ຖືກຜົນກະທົບໜັກຈາກດິນເຊາະເຈືອນ, ດິນຍຸບຢູ່ບ້ານ ສາມແຍກ ກຸ່ມເທດສະບານ ຈຳນວນ 15 ຫຼັງຄາເຮືອນ, ເນື້ອທີທຳການຜະລິດ ເສຍຫາຍໜັກ ຢູ່ບ້ານ ນາກຶນ ກຸ່ມທ່າບໍ່ແກ້ວ ຈຳນວນ 43 ຄອບຄົວ, ທົ່ວເມືອງ ມີເນື້ອທີກະສີກຳເສຍຫາຍທັງໝົດເກືອບ 60 ເຮັກຕາ, ສັດລ້ຽງເສຍຫາຍຈໍານວນໜຶ່ງ ລວມມູນຄ່າການເສຍຫາຍທັງໝົດ ປະມານ 1ຕື້ 142 ລ້ານກວ່າກີບ ນອກນີ້ ຍັງມີພື້ນຖານໂຄງລາງຂອງລັດຖຶກເສຍຫາຍ ຍັງບໍ່ສາມາດປະເມີນມູນຄ່າການເສຍຫາຍໄດ້ ເຊັນ: ຊົນລະປະທານ, ຄອງເໝືອງ, ລະບົບໄຟຟ້າ,ລະບົບນໍ້າລີ້ນສະອາດ

ເສັ້ນທາງຄົມມະນາຄົມ ທາງຫຼວງເລກທີ13, ເລກທີ7 ແລະ ເສັ້ນທາງຊົນນະບົດຈໍານວນ 6 ເສັ້ນ ຖືກນໍ້າເຊາະເຈືອນ ເປເພຫຼາຍຈຸດ ເຮັດໃຫ້ການຄົມມະນາຄົມພົບຄວາມຫຍຸ້ງຍາກ ສຳລັບເສັ້ນທາງຫຼວງແມ່ນໄດ້ຮັບການແກ້ໄຂສ້ອມແປງສຸກເສີນ ເພື່ອໃຫ້ສາມາດສັນຈອນໄດ້ ຕໍ່ກັບສະພາບດັ່ງກ່າວ ມາຮອດປະຈຸບັນ ອົງການປົກຄອງເມືອງ ແລະ ພາກສວນທີ່ກ່ຽວຂ້ອງ ກໍ່ໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງ ແລະ ປ້ອງກັນໄພພິບັດຂັ້ນເມືອງ ລົງຕິດຕາມກວດກາ ພ້ອມທັງໃຫ້ການຊ່ວຍເຫຼືອ ເພື່ອຄວາມປອດໄພທັງຊີວິດ ແລະ ຊັບສິນຂອງປະຊາຊົນ ນອກນີ້ ຂະແໜງການທີ່ກ່ຽວຂ້ອງພວມຄົ້ນຄວ້າປຶກສາຫາລື ເພື່ອຊອກວິທີໃຫ້ການຊ່ວຍເຫຼືອ ແກ່ຄອບຄົວທີ່ຖືກເສຍຫາຍ ແຕ່ລະໄລຍະ.




ຂ່າວສານເມືອງພູຄູນ.
Ad