Top Ad

header ads

ຕຳຫຼວດຈະລາຈອນ ນວ ຈະເຂັ້ມງວດກວດກາ ການປະຕິບັດກົດໝາຍຂອງ ຜູ້ໃຊ້ລົດ-ໃຊ້ຖະໜົນ


ປັດຈຸບັນ, ຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນຫຼາຍ ແມ່ນຍັງຂາດຂາດສະຕິ, ຂັບຂີ່ລົດຕາມລໍາພັງໃຈ, ມັກງ່າຍ, ເວົ້າສະເພາະ ແມ່ນຍັງລະເມີດລະບຽບການສັນຈອນ ເຊັ່ນ: ຂັບຂີ່ລົດໄວເກີນກໍານົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ, ແຊງບໍ່ຮັບປະກັນຄວາມປອດໄພ, ປ່ຽນທິດທາງເດີນລົດບໍ່ຮັບປະກັນ, ລ່ວງປ້າຍຫ້າມ, ຂັບຂີ່ບໍ່ໄປຕາມຊ່ອງຈະລາຈອນ, ຈອດລົດຊະຊາຍບໍ່ຖືກຕາມບ່ອນກໍານົດ ແລະ ບັນທຸກເກີນກໍານົດ, ບັນທຸກບໍ່ຖືກຮູບແບບ, ນໍາໃຊ້ລົດໄປແກ່ສິ່ງທີ່ຜິດກົດໝາຍ ແລະອື່ນໆ; ຕໍ່ກັບບັນຫາດັ່ງກ່າວນີ້, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທົ່ວນະຄອນຫຼວງວຽງຈັນ ຈະເຂັ້ມງວດລົງກວດກາການປະຕິບັດກົດໝາຍຜູ້ໃຊ້ລົດ-ໃຊ້ຖະໜົນ ໃນຕົ້ນເດືອນກັນຍານີ້.
ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ສໍາພາດ ວ່າ: ເພື່ອສະກັດກັ້ນການເຄື່ອນໄຫວກໍ່ການກະທໍາຜິດທາງອາຍາ, ການລະເມີດລະບຽບກົດໝາຍ ວ່າດ້ວຍ ການຈະລາຈອນ ແລະ ຂົນສົ່ງທາງບົກ, ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະເຂັ້ມງວດລົງກວດກາການປະຕິບັດກົດໝາຍຜູ້ໃຊ້ລົດ-ໃຊ້ຖະໜົນ ໃນຕົ້ນເດືອນກັນຍານີ້ ໂດຍຈັດກໍາລັງຈະລາຈອນໃນຕົວເມືອງ ແລະ ຊານເມືອງ ລົງຕັ້ງດ່ານກວດກາຈັບຄວາມໄວຂອງຍານພາຫະນະ, ກວດກາທາດເຫຼົ້າທາງລົມຫາຍໃຈຂອງຜູ້ຂັບຂີ່, ກວດກາການບັນທຸກເກີນ, ກວດກາເຕັກນິກລົດ, ພຶດຕິກໍາຂອງຜູ້ຂັບຂີ່, ເອກະສານລົດ, ປ້າຍລົດ ແລະອື່ນໆ ຢູ່ຕາມສາຍທາງຕ່າງໆໃຫ້ເປັນປົກກະຕິ.
ເມືອງສັງທອງ ແມ່ນຕັ້ງຈຸດກວດກາທຸກໆວັນສຸກ-ອາທິດ ເລີ່ມແຕ່ 14:00-18:00 ໂມງ ຢູ່ຈຸດເສັ້ນທາງບ້ານອ້າງ; ເມືອງນາຊາຍທອງ ແມ່ນຕັ້ງຈຸດກວດກາທຸກໆວັນສຸກ-ວັນອາທິດ ເລີ່ມແຕ່ເວລາ 18:00-24:00 ໂມງ ຢູ່ຕາມເສັ້ນ ທາງເລກທີ 13 ເໜືອ, ເສັ້ນທາງຫົວຊ້າງ; ເມືອງສີໂຄດຕະບອງ ຕັ້ງຈຸດກວດທຸກໆວັນສຸກ-ວັນອາທິດ ເລີ່ມແຕ່ 19:00-24:00 ໂມງ ຢູ່ເສັ້ນທາງ T2, ເສັ້ນທາງເກົ້າລ້ຽວ; ເມືອງຈັນທະບູລີ ຕັ້ງຈຸດກວດວັນສຸກ-ວັນອາທິດ ເວ ລາ 19:00-24:00 ໂມງ ຢູ່ຕາມເສັ້ນທາງຫ້ວຍຫົງ, ເສັ້ນທາງທົ່ງຂັນຄໍາ; ເມືອງໄຊເສດຖາ ຕັ້ງຈຸດກວດວັນສຸກ-ອາທິດ ເວລາ 19:00-24:00 ໂມງ ຕາມເສັ້ນທາງໂນນຄໍ້, ວຽງຈະເລີນ ແລະ ໂນນຫວາຍ; ເມືອງສີສັດຕະນາກ ຕັ້ງຈຸດກວດທຸກໆວັນສຸກ-ອາທິດ ເວລາ 19:00-24:00 ໂມງ ຢູ່ເສັ້ນທາງ T4, ວົງວຽນໂຮງໝໍ 5 ເມສາ ແລະ ໜ້າໂຮງຮຽນສັບພະວິຊາ; ເມືອງຫາດຊາຍຟອງ ຕັ້ງຈຸດກວດວັນສຸກ-ອາທິດ ເວລາ 18:00-23:00 ໂມງ ຢູ່ໜ້າສວນວັດທະນະທໍາ, ເສັ້ນທາງໜອງໄຮ ແລະ ເສັ້ນທາງດົງຄໍາຊ້າງ; ເມືອງໄຊທານີ ຕັ້ງຈຸດກວດວັນສຸກ-ອາທິດ ເວລາ 18:00-22:00 ໂມງ ຢູ່ຕາມເສັ້ນທາງທ່າງ່ອນ ແລະ ໜ້າມະຫາວິທະຍາໄລແຫ່ງຊາດ; ເມືອງປາກງື່ມ ຕັ້ງຈຸດກວດວັນສຸກ-ອາທິດ ເວລາ 17:00-22:00 ໂມງ ຢູ່ໜ້າໂຮງຮຽນນາຍສິບ; ໂດຍຈຸດກວດຂອງແຕ່ລະເມືອງ ຈະບັນຈຸກໍາລັງເຂົ້າ 8-12 ສະຫາຍຂຶ້ນໄປ ໂດຍມີອຸປະກອນຮັບໃຊ້ຄົບຊຸດຖືກຕາມຫຼັກວິຊາສະເພາະ.
ພັທ ເພັງສະຫວັນ ທໍາມາບູນ ກ່າວຕື່ມອີກວ່າ: ການນໍາກໍາລັງລົງຕັ້ງດ່ານກວດກາໃນໄລຍະນີ້ ຈະເລີ່ມລົງຈັດຕັ້ງປະຕິບັດແຕ່ເດືອນກັນຍາ ຫາ ເດືອນທັນວາ 2018 ເພື່ອເຮັດໃຫ້ການສັນຈອນໃນຂອບເຂດນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຫຼຸດຜ່ອນທາງດ້ານຜົນເສຍຫາຍ ແລະ ທາງດ້ານຈໍານວນອຸບັດຕິເຫດ, ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ຍົກສູງກົດລະບຽບຈະລາຈອນຂຶ້ນເທື່ອລະກ້າວ ຫັນມາປະຕິບັດພັນທະພົນລະເມືອງຕໍ່ໜ້າກົດໝາຍຢ່າງເຂັ້ມງວດ ແນໃສ່ແກ້ໄຂບັນດາຜູ້ຂັບຂີ່ ແລະ ພາຫະນະທີ່ຍັງລະເມີດລະບຽບການ, ກົດໝາຍ ແລະ ນິຕິກໍາອື່ນໆ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດຕາມສາຍທາງ.
ສະນັ້ນ, ຈຶ່ງຮຽກຮ້ອງມາຍັງນັກຂັບຂີ່ທຸກຊັ້ນຄົນ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ຖ້າບໍ່ດັ່ງນັ້ນ ທ່ານຈະຖືກເຈົ້າໜ້າທີ່ສຶກສາອົບຮົມກ່າວເຕືອນ, ປັບໃໝ, ຮ້າຍແຮງໄປກວ່ານັ້ນ ອາດຈະຖືກກັກລົດໄວ້ ຖ້າລົດຂອງທ່ານບໍ່ມີເອກະສານ.

ທີ່ມາ www.lsecuritynews.com
Ad