Top Ad

header ads

ກະຊວງການເງິນລົງວິໄນພະນັກງານລັດ 8 ຄົນຖານສໍ້ລາດບັງຫຼວງ, ລົບຊື່ອອກຖາວອນ

ສັງຄົມມັກວິຈານການລົງວິໄນຂອງລັດວ່າ ເວົ້າໄປເຮັດບໍ່ໄດ້ ແຕ່ຄວາມຈິງຜູ້ໃດເຮັດຜິດກໍ່ຮັບໂທດຕາມຈິງບໍ່ມີໂຍະຍານຄືທີ່ຫຼາຍຄົນວ່າ ໂດຍຕາມຂໍ້ມູນເປີດເຜີຍຫຼ້າສຸດກະຊວງການເງິນໄດ້ລົງວິໄນ ພະນັກງານງັດຖະກອນທີ່ກະທຳຜິດລວມ 8 ຄົນ.
ທ່ານລັດຖະມົນຕີກະຊວງການເງິນ ໄດ້ອອກຂໍ້ຕົກລົງສະບັບເລກທີ 3820/ກງ ລົງວັນທີ 6 ກັນຍາ 2018 ວ່າດ້ວຍການປະຕິບັດວິໄນ ພະນັກງານລັດຖະກອນທີ່ສັງກັດກະຊວງການເງິນຈຳນວນ 8 ຄົນໂດຍບໍ່ໄດ້ຮັບນະໂຍບາຍໃດໆທັງສິ້ນ.
ໃນຂໍ້ຕົກລົງລະບຸວ່າ: ລັດຖະມົນຕີກະຊວງການເງິນຕົກລົງເຫັນດີປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ກະຊວງການເງິນຈຳນວນ 8 ຄົນທີ່ມີຄວາມຜິດໃນຂໍ້ຫາສໍ້ລາດບັງຫຼວງ ຕາມມາດຕາທີ 174 ຂໍ້1, ຂໍ້ 11 ຂອງກົດໝາຍອາຍາ ແລະກົດໝາຍວ່າດ້ວຍພະນັກງານລັດຖະກອນ ມາດຕາ 68 ດ້ວຍຮູບການລົງວິໄນຂັ້ນສີ່, ລົບຊື່ອອກຈາກການເປັນພະນັກງານລັດຖະກອນຂະແໜງການເງິນ ໂດຍບໍ່ໄດ້ຮັບນະໂຍບາຍໃດທັງໝົດ.
ຜູ້ຖືກປະຕິບັດວິໄນ ມີລາຍຊື່ດັ່ງນີ້:
1. ທ້າວສາຍສະໝອນ ໄຊຊຸລຽນ ອະດີດຊ່ວຍວຽກຄະນະນຳກະຊວງ
2. ນາງ ບຸນໄທ ເລືອງວິໄລ ອະດີດຮອງຫົວໜ້າສະຖາບັນເສດຖະກິດ-ການເງິນ
3. ນາງບຸດສະບາ ໄຊປະສິດ ອະດີດຫົວໜ້າກົມງົບປະມານ
4. ທ້າວ ອາລັດ ຈັນທະວົງ ອະດີດຫົວໜ້າພະແນກ ກ້ອງການກະຊວງ
5. ທ້າວ ສຸທົດ ໂສດາຈັນ ອະດີດຫົວໜ້າພະແນກ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະກັນໄພ
6. ທ້າວ ສົມໃຈ ສີຫານຸວົງ ອະດີດຮອງຫົວໜ້າພະແນກ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະກັນໄພ
7. ທ້າວ ບົວໄລ ຫຼວງອາໄພ ຮອງອະດີດຫົວໜ້າພະແນກ ກົມງົບປະມານແຫ່ງລັດ
8. ທ້າວ ພູຄຳ ແສງສຸລິຈັນ ວິຊາການກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະກັນໄພ

ສ່ວນນະໂຍບາຍອື່ນໆທີ່ພວກກ່ຽວໄດ້ຮັບຜ່ານມາເຊັ່ນ: ເງິນເດືອນ, ເງິນນ້ຳມັນລົດ, ເງິນໂທລະສັບສະເໜີໃຫ້ຫ້ອງການກະຊວງການເງິນຢຸດຕິການເບິກຈ່າຍໃຫ້ຜູ້ກ່ຽວ ນັບແຕ່ວັນທີ 1 ຕຸລາ 2018 ເປັນຕົ້ນໄປ, ສ່ວນລົດປະຈຳຕຳແໜ່ງຂອງພວກກ່ຽວແມ່ນມອບໃຫ້ຫ້ອງການກະຊວງການເງິນຮີບຄືນມາເປັນຂອງລັດບໍລິຫານລວມ ຂອງກະຊວງການເງິນຕາມລະບຽບການ.

ຫ້ອງການກະຊວງການເງິນ, ກົມຈັດຕັ້ງ ແລະພະນັກງານ, ກົມງົບປະມານແຫ່ງລັດ, ກົມຄຸ້ມຄອງພັດທະນາວິສາຫະກິດລັດລົງທຶນ ແລະປະກັນໄພ, ສະຖາບັນເສດຖະກິດ-ການເງິນ, ທຸກພາກສ່ວນທີ່ກ່ຽວຂ້ອງ ພວກກ່ຽວຈົ່ງຮັບຮູ້ ແລະຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ, ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເຜີຍແຜ່ຂໍອຕົກລົງສະບັບນີ້ໃຫ້ພະນັກງານັລດຖະກອນຂອງຕົນຮັບຊາບຢ່າງທົ່ວເຖິງ.



Ad