Top Ad

header ads

ກວດພົບໝາກໄມຜັກສົດຈາກຫວຽດນາມປົນເປື້ອນເຄມີ!

ບໍ່ແມ່ນໃສ່ຮ້າຍ ແຕ່ເປັນຫຍັງມັກເກີດແຕ່ກັບສິນຄ້າທີ່ມາຈາກຫວຽດນາມ ກ່ອນໜ້ານິ້ມັກພົບເຫັນສິ່ງປົນເປື້ອນໃນອາຫານສ່ວນຫຼາຍຢູ່ນຳປະເພດອາຫານທະເລເນື່ອງຈາກບ້ານເຮົາບໍ່ມີ ແລະຕ້ອງໃຊ້ເວລາຂົນສົ່ງຫຼາຍມື້ ຈິ່ງມີກໍລະນີໃສ່ສານກັນບູດ, ສານຟໍມາລິນ ມາບາດນີ້ກາຍເປັນວ່າໝາກໄມ້ກັບຜັກສົດກໍ່ໃສ່ສານໃຫ້ກັນກິນ ໝົດກັນເລີຍ!!!
ຕາມຂໍ້ມູນເຜີດເຜີຍຫຼ້າສຸດເຈົ້າໜ້າທີ່ກ່ຽວຂ້ອງໄດ້ທຳການກວດສອບ ໝາກເຜັດ ຜັກໜອກ ໝາກອາໂວກາໂດ້ ມັງກອນ ອາງຸ່ນ ທີ່ນໍາເຂົ້າຈາກຫວຽດນາມປະກົດວ່າ ພົບສານ ປົນເປື້ອນສູງກິນດິບອັນຕະລາຍ ກິນຫຼາຍເປັນມະເຮັງໄດ້ ຈິ່ງຝາກເຕືອນທຸກຄົນມີສະຕິໃນການຈັບຈ່າຍຊື້ເຄື່ອງຂອງອາຫານການກິນ ຖ້າເປັນໄປໄດ້ກໍ່ຊື້ແບບທີ່ມີຢູ່ບ້ານເຮົານີ້ດີກວ່າ!!!

ສານເຄມີປົນເປື້ອນທີ່ພົບເຫັນເປັນປະຈຳ ຊ່າງສະຫຍອງຕັບໃຕໄສ້ພຸງແທ້ເດີ້, ແມ່ຄ້າຊາວຂາຍຖ້າຮັບສິນຄ້າຈາກຫວຽດນາມມາແລ້ວຢ່າໃສ່ຕື່ມອີກເລີຍ ຜູ້ບໍລິໂພກຈະເປັນແນວໃດ? ຍິ່ງປີນີ້ປະເທດເຮົານ້ຳຖ້ວມ ອາດຕ້ອງນຳເຂົ້າສິນຄ້າຫຼາຍກວ່າເກົ່າ…..



Ad