Top Ad

header ads

ສະຫຼົດ! ໄວ້ລຸ້ນສາວ ຂີ່ລົດດຈັກ ຕໍາທ້າຍລົດໃຫຍ່ຈອດຢູ່ຂ້າງທາງ ເສຍຊີວິດຄາທີ່


ຈໍາປາສັກ: ລາຍງານຈາກ 1623”ຈໍາປາສັກ ໃຫ້ຮູ້ວ່າ ໃນວັນທີ 25/ 9 /2018 ເວລາ 00 : 50 ໂມງ ໄດ້ຮັບແຈ້ງອຸບັດຕິເຫດ ຈຸດເກີດເຫດ ເຂດບ້ານ ໂພນສີໃຄ, ນະຄອນປາກເຊ
ໜ່ວຍກູ້ໄພມູນນິທິ 1623 ຮອດຈຸດເກີດເຫດພົບ, ລົດຈັກ 1 ຄັນ ແລະ ລົດໃຫຍ່ 1 ຄັນ ເພເສຍຫາຍ. ພ້ອມທັງ ມີຜູ້ເສຍຊີວິດ 01 ຄົນ ເພດ ຍິງ ອາຍຸ 20ປີ ອາຊີບ ນັກສືກສາ, ບ້ານຢູ່ປະຈຸບັນ ບ້ານໜອງຫອຍ ເມືອງ ຊະນະສົມບູນ ແຂວງ ຈຳປາສັກ. ອາການເບື້ອງຕົ້ນ ແມ່ນ ກະທົບຄໍ ແຂນຂາ ຜິດຮູບ, ເສຍຊີວິດ.


ດັ່ງນັ້ນໜ່ວຍກູ້ໄພມູນນິທິ 1623 ຈື່ງໄດ້ນຳສົ່ງໄປທີວັດໂພນສີໃຄເປັນທີ່ຮຽບຮ້ອຍ.
ສ່ວນການກວດສອບ ເຈົ້າໜ້າທີ່ຈະດໍາເນີນການຕໍ່ໄປ.
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ

————————————
ເຈັບປ່ວຍສຸກເສີນ ໂທ1623 ຫຼື 0304912875 ຕະຫຼອດ 24 ຊົ່ວໂມງ
Ad