Top Ad

header ads

ມສ ວຽງຈັນ ບໍ່ອະນຸຍາດ ໃຫ້ນັກຮຽນເອົາສະມາດໂຟນ ມາໂຮງຮຽນນຳເດັດຂາດ


ຂປລ. ໂຮງຮຽນມັດທະຍົມສົມບູນວຽງຈັນ ປະກາດຫ້າມບໍ່ໃຫ້ນັກຮຽນທຸກຄົນ ນໍາເອົາສະມາດໂຟນ (Smart Phone) ມາໂຮງຮຽນນຳເດັດຂາດ, ແຕ່ຈະອະນຸຍາດໃຫ້ເອົາໂທລະສັບມືຖືລຸ້ນທຳມະດາ ທີ່ສາມາດຕິດຕໍ່ພົວພັນຜູ້ປົກຄອງໄດ້ມາແທນ.


ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ, ກ່າວໃນໂອກາດໄຂສົກຮຽນໃໝ່ ສົກປີ 2018-2019 ໃນວັນທີ 3 ກັນຍາ 2018 ນີ້ວ່າ: ພວກເຮົາຈະບໍ່ອະນຸຍາດໃຫ້ນັກຮຽນທຸກຄົນ ນັບຕັ້ງແຕ່ຊັ້ນ ມ1 ຮອດ ມ7 ເອົາສະມາດໂຟນມາໂຮງຮຽນນໍາ ເນື່ອງຈາກວ່າຜົນການປະເມີນຂອງສົກຮຽນທີ່ຜ່ານມາເຫັນວ່າ ນັກຮຽນມີການໃຊ້ສະມາດໂຟນຫລາຍ, ຊຶ່ງເຮັດໃຫ້ຜົນການຮຽນໃນບາງວິຊາຫລຸດລົງ ແລະ ຫລຸດຄາດໝາຍ.



 ສະນັ້ນ, ໃນສົກຮຽນປີນີ້ ພວກເຮົາຈະໄດ້ເຂັ້ມງວດລະບຽບນີ້ໃຫ້ໜັກແໜ້ນຂຶ້ນຕື່ມ. ຖ້າຫາກກໍລະນີ້ພົບເຫັນ ກໍຈະໄດ້ເຊີນຜູ້ປົກຄອງມາ ພ້ອມທັງໃຫ້ນັກຮຽນຂຽນໃບປະຕິຍານ, ໃບສຳຫລວດ ແລະ ປະຕິບັດຕາມລະບຽບກົດໝາຍຂອງໂຮງຮຽນຢ່າງເຂັ້ມງວດ. ໃນຂະນະດຽວກັນ, ຢູ່ໃນໂຮງຮຽນ ມສ ວຽງຈັນ ມີໂທລະສັບຕັ້ງໂຕະ ທີ່ນັກຮຽນສາມາດນຳໃຊ້ໄດ້ໂດຍບໍ່ໄດ້ເສຍຄ່າ ໃນການຕິດຕໍ່ພົວພັນຫາຜູ້ປົກຄອງ ແລະ ຖ້າຫາກນັກຮຽນຕ້ອງການຈະເອົາຂໍ້ມູນຕ່າງໆ ເພື່ອນຳໃຊ້ເຂົ້າໃນການຮຽນ ພວກເຮົາມີຫ້ອງຄອມພີວເຕີທີ່ທັນສະໄໝ ສາມາດນຳໃຊ້ອິນເຕີເນັດໄດ້ ແຕ່ 07:30-16:00 ໂມງ.

ໂຮງຮຽນ ມສ ວຽງຈັນ ຍັງຈະໄດ້ເຂັ້ມງວດລະບຽບ ໃນການບໍ່ອະນຸຍາດໃຫ້ນັກຮຽນກັບບ້ານໃນຕອນພັກທ່ຽງ ໂດຍຈະໃຫ້ເອົາເຂົ້າມາກິນນຳ ເພາະວ່າໃນໄລຍະຜ່ານມາ ຍັງມີນັກຮຽນຈຳນວນໜຶ່ງທີ່ມາໂຮງຮຽນບໍ່ທັນໃນພາກແລງ. ໃນກໍລະນີນີ້, ທາງໂຮງຮຽນ ມີນ້ຳດື່ມທີ່ສະອາດ ແລະ ຕູ້ນໍ້າເຢັນໄວ້ບໍລິການຢ່າງພຽງພໍ. ສໍາລັບຜູ້ທີ່ຢູ່ໃກ້ໆໂຮງຮຽນ ຢາກຈະກັບບ້ານ ທາງໂຮງຮຽນຈະໄດ້ອອກບັດໃຫ້ໃນການເຂົ້າ-ອອກແຕ່ລະຄັ້ງ.

ນອກຈາກນັ້ນ, ໂຮງຮຽນ ມສ ວຽງຈັນ ຈະບໍ່ອະນຸຍາດໃຫ້ນັກຮຽນນຳເອົາລົດໃຫຍ່ມາໂຮງຮຽນນຳ ເພື່ອຫລີກລ້ຽງການສັນຈອນທີ່ແອອັດ ແຕ່ຈະອະນຸຍາດໃນກໍລະນີຈຳເປັນເທົ່ານັ້ນ ຄືຜູ້ປົກຄອງໄປຕ່າງແຂວງ ຫລື ຕ່າງປະເທດເທົ່ານັ້ນ.
ຂ່າວໂດຍ: ສິງຄຳ
Ad