Top Ad

header ads

ການຄ້າແຈ້ງເດັດຂາດຫ້າມຂຶ້ນລາຄາເຂົ້າ ຫາກພົບເຫັນຈະຢືດໄວ້ພ້ອມປັບໃໝ

ເພື່ອຮັບປະກັນລາຄາເຂົ້າເປືອກ-ເຂົ້າສານໃນທ້ອງຕະຫຼາດບໍ່ໃຫ້ມີຜົນກະທົບຕໍ່ຄວາມເເປັນຢູ່ຂອງປະຊາຊົນຜູ້ບໍລິໂພກໃນສະເພາະໜ້າ ແລະຍາວນານ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ)ໄດ້ອອກແຈ້ງການເລກທີ 1265/ອຄ.ກຄພນ ລົງວັນທີ 17 ກັນຍາ 2018 ເຖິງພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ໃຫ້ເພີ່ມທະວີ ການຄຸ້ມຄອງ ການເກັບຊື້ເຂົ້າກິນ ແລະ ລາຄາຊື້ຂາຍເຂົ້າຕາມທ້ອງຕະຫຼາດ.

ເຂົ້າກິນແມ່ນນອນຢູ່ໃນລາຍການ ສິນຄ້າປະເພດຄວບຄຸມຂອງຂະແໜງອຸດສາຫະກຳ ແລະການຄ້າ ທີ່ໄດ້ກໍານົດໄວ້ໃນດໍາລັດ 474/ນຍ ແລະ ຕ້ອງດຸ່ນດ່ຽງໃຫ້ພຽງພໍກັບຄວາມຕ້ອງການ ຂອງສັງຄົມພາຍໃນປະເທດ. ເຊິ່ງປັດຈຸບັນ ສະພາບອາກາດມີການປ່ຽງແປງ ໃນທົ່ວໂລກ, ເພື່ອຮັກສາສະຖຽນນະພາບ ທາງດ້ານເສດຖະກິດໃຫ້ໝັັ້ນຄົງ ບໍ່ໃຫ້ມີຜົນກະທົບໄປສູ່ບັນຫາອື່ນ ທີ່ກະຈາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ ຫຼີກເວັ້ນການສວຍໂອກາດ ກັກຕຸນສິນຄ້າເພື່ອຂຶ້ນລາຄາເວົ້າລວມ, ເວົ້າສະເພາະແມ່ນລາຄາເຂົ້າ.
ເຊິ່ງໃນປັດຈຸບັນໄດ້ມີສະພາບ ພໍ່ຄ້າມືກາງຈາກຕ່າງປະເທດເຂົ້າມາເກັບຊື້ເຂົ້ານໍາຊາວນາ ໂດຍພາລະການເພື່ອສົ່ງອອກໄປຕ່າງປະເທດ ແລະ ໄດ້ມີການເກງລາຄາຂຶ້ນສູງກວ່າລາຄາເກັບຊື້ຕົວຈິງ ເຊິ່ງໄດ້ສົ່ງຜົນກະທົບອັນບໍ່ຊອບທໍາໃຫ້ຫົວໜ່ວຍທຸລະກິດທີ່ເຮັດພັນທະໃຫ້ລັດຖະບານ, ລວມທັງພັນທະເກັບຊື້ເຂົ້າໄວ້ເປັນຄັງແຮຂອງລັດຖະບານ ແລະ ບັນຫາອື່ນໆ ບໍ່ສາມາດແຂ່ງຂັນລາຄາເກັບຊື້ເຂົ້າກັບພໍ່ຄ້າມືກາງຈາກຕ່າງປະເທດໄດ້.
ສະນັ້ນເພື່ອສະກັດກັ້ນ ການປັ່ນປ່ວນລາຄາເຂົ້າຂອງຊາວຕ່າງປະເທດທີ່ເຂົ້າມາເກັບຊື້ເຂົ້າ ແລະ ຮັບປະກັນດຸ່ງດ່ຽງເຂົ້າກິນພາຍໃນປະເທດ. ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຈຶ່ງແຈ້ງການມາຍັງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ນະຄອນຫຼວງປະຕິບັດຄື:
1. ເພີ່ມທະວີຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ຕິດຕາມກວດກາ ຢ່າງເຂັ້ມງວດ ຫ້າມເດັດຂາດບໍ່ໃຫ້ພໍ່ຄ້າຊາວຕ່າງປະເທດເຂົ້າມາເກັບຊື້ເຂົ້າຢູ່ພາຍໃນແຂວງ ແລະ ປັ່ນປ່ວນລາຄາເຂົ້າໂດຍບໍ່ມີທະບຽນຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ ຖ້າພົບເຫັນກໍລະນີມີການລະເມີດດັ່ງກ່າວແມ່ນໃຫ້ຢຶດ ຫຼື ອາຍັດ ແລະ ປັບໃໝຕາມລະບຽບກົດໝາຍວາງອອກ.
2. ໃຫ້ເອົາໃຈໃສ່ຄຸ້ມຄອງລາຄາຊື້-ຂາຍ (ປະເພດເຂົ້າກິນທຸກຊະນິດ) ຕາມທ້ອງຕະຫຼາດຢູ່ພາຍໃນແຂວງຂອງຕົນ, ຫລີກລ້ຽງການສວຍໂອກາດຂຶ້ນລາຄາໂດຍພາລະການ, ກ່ອນຈະຂຶ້ນລາຄາຕ້ອງໄດ້ຮັບການອະນຸຍາດຈາກຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ ແລະ ຂັ້ນເມືອງ, ເນື່ອງຈາກວ່າ ສິນຄ້າປະເພດເຂົ້າແມ່ນນອນຢູ່ໃນລາຍການສິນຄ້າຄວບຄຸມລາຄາຕາມບັນຊີ (ກ) ຂອງຂະແໜງອຸດສາຫະກຳ ແລະ ການຄ້າ.
3. ຫ້າມບໍ່ໃຫ້ບຸກຄົນ, ຫົວໜ່ວຍທຸລະກິດ ຫຼື ໂຮງສີຕ່າງໆ ຢູ່ພາຍໃນແຂວງເປັນຕົວແທນເກັບຊື້ເຂົ້າໃຫ້ຊາວຕ່າງປະເທດໂດຍອາໄສໃບທະບຽນວິສາຫະກິດຂອງຄົນລາວ ຫຼື ເອົາເງິນທຶນໃຫ້ເພື່ອເກັບຊື້ ແລະ ກັກຕຸນສິນຄ້າ, ສ້າງຄວາມປັ່ນປ່ວນທາງດ້ານລາຄາຊື້-ຂາຍເຂົ້າ, ຖ້າພົບເຫັນການກະທຳດັ່ງກ່າວແມ່ນໃຫ້ຢຶດ ຫຼື ອາຍັດ ແລະ ປັບໃໝ ຕາມລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ.
4. ຜູ້ມີສິດເກັບຊື້ເຂົ້າຈາກຊາວນາ ຫຼື ກຸ່ມຊາວນາໄດ້ ຕ້ອງແມ່ນສະມາຄົມ/ ກຸ່ມໂຮງສີ ຫຼື ທຸລະກິດຊື້-ຂາຍເຂົາທີ່ມີໃບທະບຽນໂດຍຖືກຕ້ອງເທົ່ານັ້ນ. ສະນັ້ນ, ຖ້າແຂວງໃດບໍ່ທັນມີກໍໃຫ້ເປັນເຈົ້າການຮີບຮ້ອນຈັດຕັ້ງກຸ່ມ ຫຼື ສະມາຄົມດັ່ງກ່າວຂຶ້ນ; ສ່ວນການເກັບຊື້ເຂົາຂອງພາກສ່ວນຕ່າງໆ ເຊັ່ນ: ການເກັບຊື້ເຂົ້າຂອງສອງກຳລັງ (ປກສ-ປກຊ), ອົງການຈັດຕັ້ງສາກົນຕ່າງໆ ແລະ ທຸກຮູບແບບການເກັບຊື້ແມ່ນຕ້ອງພົວພັນຊື້ນຳກຸ່ມໂຮງສີເຂົ້າ ຫຼື ສະມາຄົມ ໂຮງສີເຂົ້າຂອງແຂວງໂດຍກົງ, ບົນພື້ນຖານການຄຸ້ມຄອງ ແລະ ຢັ້ງຢືນຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ທັງນີ້ກໍເພື່ອໃຫ້ຂະແໜງການສາມາດເກັບກຳໄດ້ສະພາບຄວາມເປັນຈິງຂອງລາຄາ ແລະ ການຊື້-ຂາຍເຂົ້າຢູ່ພາຍໃນແຂວງຂອງຕົນ.
5. ໃຫ້ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ຊີ້ນຳຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ/ເທດສະບານ ບົນພື້ນຖານປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນການດຸ່ນດ່ຽງເຂົ້າກິນພາຍໃນທ້ອງຖິ່ນຂອງຕົນ.
ຂໍ້ມູນ: Laos update
Ad