Top Ad

header ads

ໃຊ້ເວລາເດີນທາງພຽງ 10 ມື້! ທາງດ່ວນຂ້າມທະວີບເອີຣົບ-ຈີນ


ເມື່ອບໍ່ດົນມານີ້ ໄດ້ມີການເປີດໃຊ້ງານເສັ້ນທາງຫຼວງເອຣົບຕາເວັນຕົກ-ຈີນຕາເວັນຕົກ (Western Europe-Western China Highway) ຫຼື ຮ້ອງອີກຊື່ໜຶ່ງວ່າ (transcontinental expressway) ທາງດ່ວນຂ້າມທະວີບ ຢ່າງເຕັມຮູບແບບ ຊຶ່ງຈະເຮັດໃຫ້ການເດີນທາງ ລະຫວ່າງເອີຣົບ-ຈີນສັ້ນລົງ 35 ວັນຖ້າທຽບໃສ່ເມື່ອກ່ອນ.

ເສັ້ນທາງຫຼວງແຫ່ງນີ້ ມີຄວາມຍາວ 8.445 ກິໂລແມັດ ຈຸດເລິ່ມຕົ້ນຢູ່ພື້ນທີ່ແຄມຊາຍຝັ່ງທະເລເຫຼືອງ ເມືອງຫຼຽນອະຫວິິ໋ນກ່າງ ມົນທົນຈຽງຊູ ປະເທດຈີນ ແກ່ຍາວໄປຈົນເຖິງພື້ນທີ່ແຄມຊາຍຝັ່ງຂອງທະເລບອລຕິກ ເມືອງເຊັນປີເຕີເບີກ ຂອງປະເທດຣັດເຊຍ.
ຈີນ ແລະ ກາຊັກສະຖານ ເຊິ່ງເປັນປະເທດທີ່ທາງຫຼວງແຫ່ງນີ້ ຕັດຜ່ານໄດ້ຮ່ວມສະເໜີໂຄງການກໍ່ສ້າງລະບຽງກັນຂົນສົ່ງໃນປີ 2006 ເພື່ອເຊື່ອມທະວີບເອີຣົບຕາເວັນຕົກເຂົ້າກັບຈີນຕາເວັນຕົກ ໂດຍການກໍ່ສ້າງເລິ່ມຕົ້ນຂຶ້ນ ໃນປີ 2008.

ລາຍງານລະບຸວ່າ ທາງຫຼວງເອີຣົບຕາເວັນຕົກ-ຈີນຕາເວັນຕົກ ຈະຊ່ວຍສົ່ງເສີມການຄ້າຂາຍ, ການແລກປ່ຽນວັດທະນະທຳ ແລະ ອື່ນໆ ໂດຍສິ່ງສຳຄັນຄືຊ່ວຍຫຼຸດໄລຍະເວລາຂອງການຂົນສົ່ງສິນຄ້າຈາກເດີມ 45 ວັນ ລົງມາເຫຼືອພຽງ 10 ວັນເທົ່ານັ້ນ.
ອີກປະການໜຶ່ງ ເຖິງວ່າທາງຫຼວງສາຍນີ້ ມີຈຸດເລິ່ມຕົ້ນຈາກມົນທົນຈຽງຊູທາງຈີນຕາເວັນອອກ ແຕ່ຖືກກຳນົດຊື່ຢ່າງເປັນທາງການງວ່າ ທາງຫຼວງເອີຣົບຕາເວັນຕົກ-ຈີນຕາເວັນຕົກ.

ຂໍຂອບໃຈ Xinhua News
Ad