Top Ad

header ads

#ອ່ານດ່ວນ! ເຈົ້າເມືອງ ສັ່ງ 14 ຂໍ້ຫ້າມສຳລັບຄົນທີ່ເຂົ້າໄປໃນງານ ບຸນຊ່ວງເຮືອທ່າວັດຈັນ 2018


ງານບຸນປະເພນີອອກພັນສາ ປະວໍລະນາ ຂອງຊາວພຸດເຮົາປີ 2018ນີ້ ກົງກັບວັນພຸດວັນທີ 24 ຕຸລາ 2018 ຂຶ້ນ 5 ຄໍ່າເດືອນ 11 ເຊິ່ງໃນແຕ່ລະປີ ຊາວນະຄອນຫຼວງວຽງຈັນກໍ່ຄືຊາວລາວໃນຂອບເຂດທົ່ວປະເທດ, ທ່ານ ບົວລອນ ວົງດາລາແສນ ເຈົ້າເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາ ແລະ ຊ່ວງເຮືອປະເພ ນີ 2018 ທີ່ທ່າວັດຈັນ ໄດ້ກ່າວວ່າ: ສະເພາະປີ 2018 ເປັນປີທ່ອງທ່ຽວລາວ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຂອງຊາວຄ້າຂາຍລວມທັງຜູ້ທີ່ເຂົ້າມາທ່ຽວໃນງານ ຄະນະກໍາມະການຈັດງານກໍ່ໄດ້ອອກລະບຽບຂໍ້ຫ້າມ 14 ຂໍ້ຄື: 


1: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປລາວ
2: ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງຟ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອະນຸຍາດ3: ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດ ທຸກຊະນິດ, ສິ່ງເກີດສຽງດັງເກີນຂອບເຂດ , ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ 
4: ຫ້າມນໍາເອົາຜະລິດຕະພັນລອກຮຽນແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ນໍາເອົາມາຂາຍ - ຈໍາໜ່າຍພາຍໃນງານຢ່າງເດັດຂາດ(ໂດຍສະເພາະສິ້ນຈີນ)
5: ຫ້າມວາງ, ຂາຍເຄື່ອງ ແລະ ນໍາເຄື່ອງສຽງ ອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດທີ່ຄະນະກໍາມະການຈັດງານ ໄດ້ກໍານົດໃຫ້

6: ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນະທໍາລາມົກ ເຊັ່ນ: ກະແຊັດ, ແຜ່ນຊີດີ ລາມົກ ແລະ ຮູບພາບລາມົກຕ່າງໆເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ
7: ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ
8: ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກໍາມະການຈັດງານຢູ່ຕະຫຼາດນັດ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈໍາປີ 2018 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
9: ຫ້າມດື່ມສິ່ງມືນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົນໄປພັກຜ່ອນໄວ້ກ່ອນ

10: ຫ້າມບຸກຄົນ, ນິຕິບຸກຄົນ ສໍານັກງານ, ອົງການປົກຄອງບ້ານກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກໍາມະການຈັດງານຕະຫຼາດນັດ
11: ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ
12: ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າ ຕ່າງໆຢູ່ພາຍໃນງານ
13: ຫ້າມຜູ້ສໍາປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ຜູ້ສໍາປະທານອື່ນຈັບຈອງຕໍ່ເດັດຂາດ
14: ຫ້າມມີການໂຄສະນາສິນຄ້າ ໂດຍການໃຊ້ເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີນິມິຄອນເສີດ.


Ad