Top Ad

header ads

ຕິດຄຸກ 3 ເດືອນ ເຫດເພາະລັກເບິ່ງຂໍ້ມູນໃນໂທລະສັບມືຖືຂອງຜົວ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ສານສະຫະລັດອາຫຼັບເອມິເຣດ ຕັດສິນຜູ້ຍິງຄົນໜຶ່ງຕິດຄຸກ 3 ເດືອນ ເພາະລັກເບິ່ງຂໍ້ມູນໂທລະສັບມືຖືຂອງສາມີ ແຖມສົ່ງຮູບໜ້າຈໍທີ່ສາມີແຊັດກັບຄົນອື່ນໆ ແລະ ໄຟອີກຫຼວງຫຼາຍເຂົ້າໂທລະສັບຂອງຕົນເອງ ຂະນະສາມີກໍາລັງນອນຫຼັບ
ນອກຈາກນີ້ຍິງຄົນດັ່ງກ່າວຍັງນໍາຟາຍທີ່ໄດ້ຈາກໂທລະສັບມືຖືຂອງສາມີ ສົ່ງໃຫ້ພີ່ນ້ອງຂອງຕົນເອງເບິ່ງ ເພື່ອເຢາະເຢີ້ຍສາມີອີກດ້ວຍ ສິ່ງນີ້ເຮັດໃຫ້ສາມີຂອງນາງໃຈຮ້າຍຫຼາຍຫຼັງຈາກຮູ້ເລື່ອງ ແລະ ໄດ້ດໍາເນີນຄະດີກັບນາງເພາະເຫັນວ່າລະເມີດຄວາມເປັນສ່ວນໂຕ
ຫຼັງຈາກເລື່ອງໄປເຖິງມືຕໍາຫຼວດ ສາວຄົນນີ້ໃຫ້ປາກຄໍາວ່າ ສາມີເປັນຄົນໃຫ້ລະຫັດຜ່ານໂທສະສັບກັບເຂົາເອງ ແລະ ອະນຸຍາດໃຫ້ເບິ່ງຂໍ້ມູນຕ່າງໆໄດ້ ແຕ່ນາງຈັບໄດ້ວ່າສາມີລັກປັນໃຈໃຫ້ຄົນອື່ນ ຢ່າງໃດກໍ່ຕາມ ຕໍາຫຼວດເບິ່ງວ່າ ຈິງຢູ່ທີ່ສາມີອະນຸຍາດແລ້ວ ແຕ່ເຂົາກັບສວຍໃຊ້ໂອກາດນີ້ ສົ່ງຂໍ້ມູນຕ່າງໆຂອງສາມີອອກໄປຍັງໂທລະສັບເຄື່ອງອື່ນ.
ທີ່ມາ /www.khaleejtimes.com
Ad