Top Ad

header ads

ກິດຈະກຳແລ່ນເພື່ອການກຸສົນ ແຕ່ໃຕ້ຫາເໜືອ ດຳເນີນມາເປັນມື້ທີ 4 ຍອດບໍລິຈາກ 93 ລ້ານກ່ວາກີບ


ງານແລ່ນ ເພື່ອການກຸສົນ ໃຕ້-ເໜືອ “S2N” ຈາກ ອັດຕະປື ແຂວງທີ່ຢູ່ໃຕ້ສຸດ ຫາ ຜົ້ງສາລີ ແຂວງທີ່ຢູ່ເໜືອສຸດຂອງປະເທດລາວ ເປັນຄັ້ງປະຫວັດສາດ ໃນ ສ.ປ.ປ ລາວ. 

ນັກແລ່ນ ມີຄວາມໝຸ່ງໝັ້ນໃນການແລ່ນ ແລະ ເຕັມໃຈ ທີ່ຈະຮັບພາລະກິດ ແລ່ນແຕ່ໃຕ້ຮອດເໜືອ ລວມໄລຍະທາງ 1,569 ກມ ພາຍໃນ 16 ມື້ ຈາກວັນທີ່ 7 ຫາ 26 ຕຸລາ 2018 ເພື່ອລະດົມທຶນ ຊ່ວຍເຫຼືອໂຮງໝໍ ແຂວງອັດຕະປື ແລະ ໂຮງໝໍເດັກ ແຂວງ ຫຼວງພະບາງ. ຫລ້າສຸດ ໃນວັນທີ 10 ຕຸລານີ້ ນັກແລ່ນເລີ່ມເຂົ້າ ແຂວງ ສະຫວັນນະເຂດ ແລະ ມີແຜນສືບຕໍ່ແລ່ນຕາມເສັ້ນທາງ ເລກທີ 13 ຈົນເຖີງຈຸດໝາຍແຂວງຜົ້ງສາລີ ມາຮອດເວລາ 11 ໂມງ ຂອງວັນທີ່ 10 ຕຸລາສາມາດລະດົມທືນໄດ້ແລ້ວ 93.489.000 ກີບ. 


ທ່ານສາມາດບໍລີຈາກ ແລະມີສ່ວນຮ່ວມງານຄັ້ງນີ້ໂດຍ: ສະເໜີເປັນຜູ້ສະໜັບສະໜູນຫຼັກຕາມແພກເກັດ, ບໍລິຈາກເປັນກຸ່ມ ຫຼື ເປັນສະມາຄົມ, ບໍລິຈາກສ່ວນບຸກຄົນຜ່ານທາງ ພາກສ່ວນກ່ຽວຂ້ອງ. ດັ່ງນັ້ນ ຂໍຮຽກຮ້ອງໃຫ້ທຸກຊັ້ນຄົນໃນທົ່ວສັງຄົມ ຈົ່ງພ້ອມກັນເປັນກຳລັງໃຈໃຫ້ກັບນັກແລ່ນ ແລະ ຮ່ວມກັນມີສ່ວນຮ່ວມ ທາງດ້ານວັດຖຸປັດໄຈ ແລະ ຮ່ວມຂະບວນການແລ່ນ ເພື່ອເຮັດໃຫ້ການແລ່ນເພື່ອການກູສົນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້. 






ຂໍຂອບໃຈ: ອາພຸດເດດ ບຸບຜາ
Ad