Top Ad

header ads

ຄຸກ 7 ປີ ໃນຂໍ້ຫາຮ່ວມເພດກັບເດັກ


ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ນໍາເອົາຈໍາເລີຍຊື່ ທ້າວ ທອງສີ ອາຍຸ 56 ປີ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຂຶ້ນມາພິຈາລະນາຕັດສິນ ໃນຂໍ້ຫາຮ່ວມ ເພດກັບເດັກ ໂດຍສານລົງໂທດຕັດອິດສະຫຼະພາບ 7 ປີ ໃນວັນທີ 3 ຕຸລາ 2017.
ຕາມຄຳຖະແຫຼງຂອງອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ, ໃນຫ້ອງປະຊຸມສານວ່າ: ໃນລະຫວ່າງ ປີ 2016-2017 ທ້າວ ທອງສີ ຈຳເລີຍ ໄດ້ຮັບວ່າຮ່ວມເພດກັບ ນາງ ຂ (ນາມ ສົມມຸດ) ມາແລ້ວ 4 ຄັ້ງ ຄື: ໃນປີ 2016 ຈໍາເລີຍໄດ້ເຫັນ ນາງ ຂ ຢູ່ໜ້າເຮືອນ ຂອງຈໍາເລີຍ ຈຶ່ງໄດ້ຮ້ອງເຂົ້າມາໃນເຮືອນ ແລ້ວໄດ້ກອດຈູບ ແລະ ທໍາສໍາເລົາເດັກ. ແຕ່ບໍ່ສໍາເລັດ ຍ້ອນນາງ ຂ ຍັງນ້ອຍ, ມາໃນເດືອນດຽວກັນ ກໍເຫັນ ນາງ ຂ ຍ່າງກາຍໜ້າເຮືອນ ຈຶ່ງໄດ້ເອີ້ນໃຫ້ເຂົ້າມາຫາຢູ່ໃນເຮືອນ ເພື່ອຈະທໍາສໍາເລົາອີກ ແຕ່ບໍ່ສໍາເລັດ. ມາວັນທີ 8 ສິງຫາ 2017, ຈໍາເລີຍໄດ້ເຫັນ ນາງ ຂ ຍ່າງມາໜ້າເຮືອນ ຈຶ່ງໄດ້ຍ່າງໄປດຶງແຂນເຂົ້າໃນເຮືອນທໍາການຮ່ວມເພດກັບ ນາງ ຂ ຈົນສໍາເລັດ. ຫຼັງຈາກນັ້ນ, ໄດ້ເອົາເງິນໃນ ນາງ ຂ ຈໍາ ນວນ 300.000 ກີບ ພ້ອມທັງເວົ້າວ່າ ບໍ່ໃຫ້ບອກພໍ່-ແມ່; ມາວັນທີ 13 ສິງ ຫາ 2017 ຈໍາເລີຍ ໄດ້ນັ່ງຢູ່ໜ້າເຮືອນ. ຈາກນັ້ນ, ໄດ້ເຫັນ ນາງ ຂ ຍ່າງກາຍໜ້າເຮືອນ ຈຶ່ງໄດ້ດຶງແຂນເຂົ້າໃນເຮືອນ ແລ້ວກໍຮ່ວມເພດອີກຈົນສໍາເລັດ ແລະ ໄດ້ເອົາເງິນໃຫ້ຈໍານວນ 200.000 ກີບ. ຈາກນັ້ນ, ນາງ ຂ ກໍໄດ້ຍ່າງອອກຈາກເຮືອນໃນເວລານັ້ນ, ພໍ່-ແມ່ເຫັນ ຈຶ່ງໄດ້ພາໄປກວດຢູ່ໂຮງໝໍ ຈຶ່ງຮູ້ວ່າ ທ້າວ ທອງສີ ໄດ້ຮ່ວມເພດກັບລູກສາວ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ກັກຕົວດໍາເນີນຄະດີ.
ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ, ເອກະສານຕ່າງໆທີ່ປະກອບໃນສໍານວນຄະດີ ແລະ ບວກກັບຄໍາໃຫ້ການ ເຫັນວ່າ: ທ້າວ ທອງສີ ຈໍາເລີຍ ແມ່ນເປັນຜູ້ກະທໍາຜິດທາງອາຍາ ໃນຂໍ້ ຫາການຮ່ວມເພດກັບເດັກ ທີ່ໄດ້ກໍານົດ ໄວ້ໃນມາດຕາ 89 ວັກ 3 ຂອງກົດ ໝາຍອາຍາ ວ່າດ້ວຍການປົກປ້ອງ ແລະ ຜົນປະໂຫຍດຂອງເດັກ ສະບັບປັບປຸງ ປີ 2008, ເຊິ່ງໄດ້ກໍານົດໄວ້ວ່າ: ບຸກຄົນຜູ້ໃດຫາກໄດ້ຮ່ວມເພດກັບເດັກ ຍິງ ຫຼື ເດັກຊາຍ ມີອາຍຸຕໍ່າກວ່າ 12 ປີ ຫາ 15 ປີ ຈະຖືກປັບໃໝ ແຕ່ 7.000.000 ກີບ ຫາ 15.000.000 ກີບ.
ດ້ວຍເຫດນີ້, ຄະນະສານອາຍາ ຈຶ່ງໄດ້ຕັດສິນລົງໂທດ ທ້າວ ທອງສີ ຈໍາເລີຍເປັນຂັ້ນຕົ້ນ ໂດຍຊ້ອງໜ້າໂຈດ ແລະ ຈໍາເລີຍ ໂດຍຕັດສິນຕັດອິດສະຫຼະພາບຈໍາຄຸກ 7 ປີ ພ້ອມປັບໃໝ 7.000. 000 ກີບ ແລະ ເສຍຄ່າປົວແປງຈິດໃຈ, ຄ່າຮີດຄອງປະເພນີ ເປັນເງິນ 45.000. 000 ກີບ ຕາມການໄກ່ເກ່ຍຂອງທັງສອງຝ່າຍ.
ຂໍ້ມູນຈາກ: ນສພ ຄວາມສະຫງົບ
Ad