Top Ad

header ads

ປະເທດແຄນາດາ ປະກາດ! ການເສບກັນຊາຖືກໝາຍທົ່ວປະເທດແລ້ວ



ແຄ​ນາ​ດາ​ອະນຸຍາດ​ເສບ​ກັນຊາ​ຖືກ​ໝາຍ​ເປັນ​ຊາດ​ທີ່​ 2 ຂອງ​ໂລກ​
 ເມື່ອວັນທີ 17 ຕຸລາ 2018 ທີ່ຜ່ານມາ ລັດຖະບານ​ແຄ​ນາ​ດາ​ໂດຍ​ນາງ​ຈູ​ລີ​ຢ໌​ ພາ​ແຢັດ​ຕ໌​ ຜູ້ຮັກສາການ​ແທນ​ພະອົງ​ແຫ່ງ​ແຄ​ນາ​ດາ​ໄດ້​ລົງ​ນາມ​ມັດຕິ​ກົດຫມາຍ​ເສບ​ກັນຊາ​ເພື່ອ​ການຜ່ອນຄາຍ​ມີ​ຜົນ​ບັງຄັບ​ໃຊ້​ແລ້ວ​ ສົ່ງ​ຜົນ​ໃຫ້​ແຄ​ນາ​ດາກ​າຍ​ເປັນ​ຊາດ​ທີ່​ 2 ຂອງ​ໂລກ​ຕໍ່​ຈາກ​ອຸ​ຣຸກ​ວັຍ​ ທີ່​ອອກ​ກົດໝາຍ​ອະນຸຍາດ​ໃຫ້​ປະຊາຊົນ​ສາມາດ​ຄອບຄອງ​ແລະ​ໃຊ້​ກັນ​ຊາ​ເພື່ອ​ການຜ່ອນຄາຍໄດ້​

ສົ່ງ​ຜົນ​ໃຫ້​ຄືນ​ທີ່​ຜ່ານມາ​ຫຼັງ​ຈາກ​ຜ່ານ​ຊ່ວງ​ 24:00 ໂມງ ​ ບັນດາ​ຮ້ານ​ຄ້າ​ກັນ​ຊາ​ຫຼາຍ​ຮ້ານ​ໃນ​ເມືອງ​ໃຫຍ່​ໃນ​ແຄ​ນາ​ດາ​ແຖບ​ຕະເວັນ​ອອກ​ຂອງ​ປະເທດ​ຢ່າງ​ ມອນ​ທຣີ​ອອນ​ ລັດ​ໂນ​ວາດ​ໂກ​ເຊຍ​ ແລະ ​ລັດ​ນິວ​ບ​ຣັນ​ສ​ວິກ​ ​ເປີດ​ຈຳ​ໜ່າຍ​ກັນ​ຊາ​ຢ່າງ​ຄຶກຄືນ​ ນອກ​ຈາກ​ນີ້​ຄາດ​ວ່າ​ພາຍ​ໃນ​ປີ​ໜ້າ​ຈະ​ມີ​ຮ້ານ​ຈຳ​ໜ່າຍ​ກັນຊາ​ເພີ່ມຂື້ນປະມານ​ 110 ຮ້ານ​ທີ່​ໄດ້ຮັບ​ອະນຸຍາດ​ຈາກ​ທາງ​ການ​ເປີດ​ຈຳ​ໜ່າຍ​ໄດ້​

ສຳລັບ​ກົດຫມາຍ​ດັ່ງ​ກ່າວ​​ນັ້ນ​ອະນຸຍາດ​ໃຫ້​ບຸກ​ຄົນ​ທີ່​ອາ​ຍຸບໍ່​ຕ່ຳ​ກວ່າ​ 18 ປີ​ ຄອບຄອງ​ກັນຊາ​ແຫ້ງ​ໄດ້​ບໍ່​ເກີນ​ 30 ກຣາມ​ ຫາກ​ເກີນ​ກວ່າ​ນັ້ນ​ອາດ​ຕ້ອງ​ຮັບ​ໂທດ​ຈຳ​ຄຸກ​ສູງ​ສຸດ​ດົນ​ເຖິງ​ 14 ປີ​

ເຊັ່ນ​ດຽວ​ກັບ​ ຫາກ​ພົບ​ວ່າ​ມີ​ການ​ຈຳ​ໜ່າຍ​ກັຍ​ຊາ​ແກ່​ຜູ້​ເຢົາ​ ຫລື​ມີ​ການ​ນຳ​ເຂົ້າ​-ສົ່ງ​ອອກ​ ຫລື​ ຂັບ​ຂີ່​ຢານ​ພາຫະນະ​ດ້ວຍ​ຄວາມ​ມຶນ​ເມົາ​ຈາກ​ການ​ເສບ​ກັນ​ຊາ​ຈະ​ມີ​ໂທດ​ຈຳ​ຄຸກ​ສູງ​ສຸດ​ເຖິງ​ 10 ປີ​

ແຕ່​ທັງ​ນີ້​ກໍ​ຍັງມີ​ຂໍ້​ຈຳ​ກັດ​ໃນ​ບາງ​ລັດ​ເຊັ່ນ​ ໃນ​ລັດ​ຄວິ​ເບກ​ແລະ​ມາ​ນິ​ໂທ​ບາ​ ຫ້າມ​ປະຊາຊົນ​ປຸກ​ກັຍນຊາ​ ແລະ​ຈະ​ຕ້ອງ​ຊື້​ຈາກ​ຮ້ານ​ຄ້າ​ທີ່​ທາງ​ການ​ອະນຸຍາດ​ເທົ່າ​ນັ້ນ​ ຂະນະ​ທີ່​ສ່ວນ​ອື່ນ​ຂອງ​ປະເທດ​ປະຊາຊົນ​ສາມາດ​ປຸກ​ກັນ​ຊາ​ໄວ້​ໃນ​ເຄ​ຫະ​ສະຖານ​ໄດ້​ບໍ່​ເກີນ​ 4 ຕົ້ນ​ ສ່ວນ​ເມືອງ​ໃຫຍ່​ຂອງ​ແຄ​ນາ​ດາ​ຢ່າງ​ ນະຄອນ​ໂຕນ​ອົນ​ໃຫຍ່​ ລັດ​ອອນ​ແທ​ຣິ​ໂອ​ ນັ້ນ​ ຢັງ​ບໍ່​ມີ​ການ​ເປີດ​ຈຳ​ໜ່າຍ​ຮ້ານ​ຂາຍ​ກັນ​ຊາ​ ຈົນ​ກວ່າ​ຈະ​ເຖິງ​ຊ່ວງ​ໃບໄມ້ປົ່ງ​ປີ​ໜ້າ​ ແຕ່​ປະຊາຊົນ​ສາມາດ​ສັ່ງ​ຊື້​ຜ່ານ​ເວັບ​ໄຊ​ຕ໌​ຂອງ​ລັດ​ເທົ່າ​ນັ້ນ​

ຢ່າງໃດ​ກໍ​ດີ​ ການ​ເປີດ​ເສ​ຣີ​ກັນ​ຊາ​ຂອງ​ລັດຖະບານ​ແຄ​ນາ​ດາ​ທີ່​ນຳ​ໂດຍ​ນາຍົກ​ລັດຖະມົນຕີ​ ຈັ​ດສະຕິ​ນ​ ທຣູ​ໂດ​ ຈາກ​ພັກ​ເສ​ຣີ​ນິຍົມ​ ນັ້ນ​ກໍ​ໄດ້​ສ້າງຂັດແຢງ​ຢ່າງຫຼວງຫຼສຍ​ ເນື່ອງ​ຈາກ​ຫຼາຍ​ຝ່າຍ​ກັງ​ວົນ​ເລື່ອງ​ຄວາມ​ປອດ​ໄພ​, ອາດຊະຍາກອນ​,​​ ສຸກຂະພາບ​ ແລະ​ອັນຕະລາຍ​ໃນ​ທີ່​ສາທາລະນະ​ຈາກ​ຜູ້​ເສບ​ກັນຊາ​.

ຮຽບຮຽງໂດຍ: YoulikeLao.com

Ad