Top Ad

header ads

ຜູ້ສຳປະທານ ຊີ້ແຈງຄ່າຝາກລົດບຸນຊ່ວງເຮືອທ່າວັດຈັນ ຖ້າກາຍຕາມກຳນົດໂທ…


ສຽງຂອງແມ່ຄ້າດັງຂຶ້ນ “ຊື້ເຄື່ອງຊ່ວຍແດ່ ລາຄາຖືກໆ” ບວກກັບ ສຽງລົດໃນທ້ອງຖະໜົນ ສຽງຈາກຜູ້ບໍລິການຮັບຝາກລົດ “ຝາກລົດເດີ ເຂົ້າມາໃນເລີຍ” ປະສົມກັບບັນຍາກາດອັນຄຶກຄື້ນໃນງານບຸນອອກພັນສາ ແລະ ບຸນຊ່ວງເຮືອທ່າວັນຈັນ ທີ່ໄດ້ເລີ່ມເປີດຂຶ້ນແຕ່ວັນທີ 22-25 ຕຸລາ 2018 ເປັນຕົ້ນໄປ ແຕ່ມີຫາງສຽງອອກມາຈາກຜູ້ເລາະທ່ຽວຊົມໄດ້ເຜີຍໃນສື່ອອນລາຍວ່າ: “ມີແມ່ຄ້າບາງຈຳນວນໄດ້ສວຍໂອກາດຂາຍສິນຄ້າ ແລະ ຄ່າບໍລິການຝາກລົດແພງເກີນຄວາມເປັນຈິງ”.
ຈາກກໍລະນີດັ່ງກ່າວ, ຜູ້ສຳປະທານພື້ນທີ່ໃນງານຄັ້ງນີ້ ໄດ້ອອກມາຊີ້ແຈງ ພ້ອມທັງລະບຸວ່າ: “ທາງໜ່ວຍງານສຳປະທານໄດ້ລົງຕິດຕາມກວດກາເປັນແຕ່ລະໄລຍະ ແຕ່ຍັງບໍ່ພົບເຫັນໃນກໍລະນີດັ່ງກ່າວໃນເຂດທີ່ໄດ້ຮັບຜິດຊອບ ຖ້າຫາກມີແທ້ຈະໃຫ້ຢຸດຂາຍທັນທີ”.
ນອກນັ້ນ, ທ່ານ ຄຳເສັງ ສູນດາລາ ໜຶ່ງໃນບໍລິສັດຜູ້ສຳປະທານ ໄດ້ກ່າວວ່າ: ໃນງານບຸນຊ່ວງເຮືອທ່າວັນຈັນປີນີ້ ມີຫຼາຍພາກສ່ວນໄດ້ຮ່ວມສຳປະທານ ໂດຍຈັດສັນພື້ນທີ່ໃຫ້ເຊົ່າເພື່ອຂາຍສິນຄ້າ ແລະ ບໍລິການຝາກລົດ. ສຳລັບບໍລິສັດຂອງຕົນໄດ້ຮັບຜິດຊອບແຕ່ 3 ແຍກປາກປ່າສັກຫາ 4 ແຍກໂຮງແຮມລ້ານຊ້າງ ມີທັງໝົດ 200 ກວ່າຫ້ອງ. ປັດຈຸບັນ, ຖືກຈັບຈອງແລ້ວ 60% ເພື່ອຂາຍສິນຄ້າທົ່ວໄປ, ຂອງກິນສຸກເປັນຕົ້ນແມ່ນເຂົ້າຫຼາມ-ປີ້ງໄກ່ ແລະ ບໍລິການຮັບຝາກລົດ ໃນລາຄາເຊົ່າເທົ່າປີກ່ອນໆເລີ່ມຕົ້ນແຕ່ 7 ແສນກີບ ຫາ 3 ລ້ານກີບຕໍ່ຫ້ອງ. ນອກຈາກພາກສ່ວນຕົນເອງແລ້ວ ຍັງມີກຸ່ມບໍລິສັດດາວເຮືອງ, ບໍລິສັດກ້ອງຟ້າວັດທະນາ, ຟູຈິວະລະ; ນອກນັ້ນຍັງມີພາກສ່ວນອຳນາດການປົກຄອງບ້ານສີຖານເໜືອ, ບ້ານວັດຈັນ ແລະ ເມືອງສີສັດຕະນາກເປັນຜູ້ຮັບຜິດຊອບ.
ຢ່າງໃດກໍ່ຕາມ ກ່ຽວກັບກໍລະນີຂ່າວໃນສັງຄົມອອນລາຍທີ່ໄດ້ອອກຂ່າວໃນ 2-3 ວັນຜ່ານມາວ່າ: ”ອາຫານການກິນບາງຈຳນວນ ແລະ ຄ່າຝາກລົດແພງເກີນຄວາມຈິງ ເຊິ່ງພວກເຮົາໄດ້ມີການແຕ່ງຕັ້ງຄະນະກວດກາລົງພາກສະໜາມເປັນປະຈຳໃນຂອບເຂດທີ່ໄດ້ຮັບຜິດຊອບ ເຊິ່ງຄ່າຝາກລົດຈັກເກັບພຽງ 5 ພັນກີບຕໍ່ຄັນ ແລະ ລົດໃຫຍ່ 15 ພັນກີບຕໍ່ຄັນ ຖ້າຫາກລາຄາບໍລິການກາຍຕາມທີ່ກຳນົດໄວ້ ຜູ້ເສຍຫາຍສາມາດໂທເຂົ້າໄດ້ທີ່ເບີ 020 9666​ 6066 ໄດ້ຕະຫຼອດເວລາ” ທ່ານ ຄຳເສັງ ສູນດາລາ ກ່າວ.
ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ ແລະ laoPost
Ad