Top Ad

header ads

ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ຈັດແຜນປ້ອງກັນງານບຸນຊ່ວງເຮືອ ທີ່ທ່າວັດຈັນ


ພະແນກຕຳຫລວດຈະລາຈອນ, ຫ້ອງຕຳຫລວດ, ປກສ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມ ຜ່ານແຜນບັນຈຸກຳລັງ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີປະຈຳປີ 2561 ທີ່ທ່າວັດຈັນ ນະຄອນຫລວງວຽງຈັນ, ແຕ່ວັນທີ 22-25 ຕຸລາ 2018 ໃນວັນທີ 19 ຕຸລາ ນີ້ ຢູ່ສະໂມສອນຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນ.

       ທ່ານ ພັທ ເພັງສະຫວັນ ທຳມາບູນ ຫົວໜ້າພະແນກຕຳຫລວດຈະລາຈອນ, ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນ, ກ່າວວ່າ: ໂດຍຈັດຕັ້ງປະຕິບັດຕາມແຈ້ງການ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ ແລະ ແຜນການປ້ອງກັນອັນລະອຽດ ຂອງພະແນກຕຳຫລວດຈະລາຈອນ ຫ້ອງຕຳຫລວດໄດ້ວາງອອກ ເພື່ອເຮັດໃຫ້ງານບຸນດັ່ງກ່າວ, ດຳເນີນໄປໃນບັນຍາກາດແຫ່ງຄວາມສະຫງົບ, ປອດໄພ, ເບີກບານມ່ວນຊື່ນ, ຮັບປະກັນລັກສະນະຊາດ, ຄວາມສະອາດສວຍງາມ, ສ້າງເງື່ອນໃຂໃຫ້ແກ່ການໂຄສະນາ ດຶງດູດນັກທ່ອງທ່ຽວ, ນັກລົງທຶນເຂົ້າສູ່ນະ ຄອນຫລວງວຽງຈັນ. ພະແນກຕຳຫລວດຈະລາຈອນ, ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນ ໄດ້ບັນຈຸກຳລັງ ປະກອບໃສ່ທັງໝົດ 63 ຈຸດ, ມີກຳລັງປ້ອງກັນທັງໝົດ 200 ກວ່າຄົນ, ກຳລັງປ້ອງກັນຄວາມສະຫງົບ ປກສ ເມືອງສີໂຄດ 46 ຄົນ, ປກສ ເມືອງຈັນທະບູລີ 53 ຄົນ, ປກສ ເມືອງສີສັດຕະນາກ 38 ຄົນ ແລະ ພະແນກຕຳຫລວດຈະລາຈອນ 99 ຄົນ. 


ທັງນີ້, ເພື່ອເຮັດໃຫ້ການຈັດງານບຸນດັ່ງກ່າວ, ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ.
Ad