Top Ad

header ads

ປະທານປະເທດ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ກອງທັບ ມຽນມາ


ຂປລ.ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກອາວຸໂສ ມິນ ອອງ ລາຍ ຜູ້ບັນຊາການທະຫານສູງສຸດກອງທັບ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍຄະ-ນະເຂົ້າຢ້ຽມຂໍ່ານັບ ໃນວັນທີ 11 ຕຸລານີ້ ທີ່ທຳນຽບປະທານປະເທດ, ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ (10-13/10/2018).

ໂອກາດດັ່ງກ່າວ, ທ່ານປະທານປະເທດໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ພົນເອກອາວຸໂສ ມິນ ອອງ ລາຍ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນການພົວພັນການຮ່ວມມື ລະຫວ່າງ ລາວມຽນມາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໂດຍສະເພາະວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສອງປະເທດ ລາວ-ມຽນມາ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນອະນາຄົດ.

ທ່ານ ພົນເອກອາວຸໂສ ມິນ ອອງ ລາຍ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ສະຫຼະເວລາອັນມີຄ່າມາຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງ ແຈ້ງຈຸດປະ ສົງຂອງການເດີນທາງມາຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ ປະທານປະເທດຮັບຊາບ.
(ຂ່າວ-ພາບ: ພູວຽງຄຳ)
Ad