Top Ad

header ads

ເຈົ້າຫນ້າທີ່ໄທ ຈັບຊາວລາວ ທີ່ກຳລັງຂົນຢາຝີ່ນຂ້າມຂອງໄປໄທ






ລາຍງານຂ່າວຈາກ “ຊຽງລາວນິວ” ໄດ້ມີການລາຍງານວ່າ ໃນວັນທີ 26 ຕຸລາ 2018 ນີ້ ຢູ່ທີ່ຈຸດຜ່ານແດນຖາວອນ, ທີ່ຕິດກັບແມ່ນ້ຳຂອງ ບ່ອນທີ່ມີທ່າເຮືອບັ້ກ ບ້ານຫົວວຽງ ໝູ່1 ຕຳບົນວຽງ ອຳເພີເມືອງຊຽງຂອງ ຈັງຫວັດແຂວງຊຽງຣາຍ, ເຊິ່ງວ່າເປັນຈຸດທີ່ ປະຊາຊົນທັງຊາວໄທ ແລະຊາວລາວ ລວມໄປເຖີງນັກທ່ອງທ່ຽວຕ່າງໆ ສາມາດຂ້າມຟາກດ້ວຍເຮືອໂດຍສານ

 ໄປມາລະຫວ່າງຝັ່ງໄທ ແລະເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ ຢ່າງທີ່ເປັນປະຈຳ, ເຊີ່ງວ່າເຈົ້າໜ້າທີ່ທະຫານພານ ກອງກຳລັງຜາເມືອງ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງຕ່າງໆ ທີ່ກຳລັງປະຕິບັດໜ້າທີ່ກວດກາຄົນຜ່ານແດນຢູ່ນັ້ນ ໄດ້ພົບເຫັນຜູ້ຊາຍຄົນ 1 ມີທ່າທາງພິລຸດຫນ້າສົງໃສ ເຊີ່ງກຳລັງເດີນທາງເຂົ້າມາໃນຝັ່ງໄທ ດ້ວຍເຮືອໂດຍສານນ້ອຍລຳໜຶ່ງ ໂດຍຖືກະເປົ໋າມານຳອີກ 1 ຫນ່ວຍ, ເຈົ້າໜ້າທີ່ຕຳຫລວດແລະທະຫານ ຈຶ່ງໄດ້ມີການຂໍກວດຄົ້ນໃນກະເປົ໋ານັ້ນ.


ຫຼັງຈາກຜ່ານການກວດຄົ້ນກະເປົານັ້ນ ກໍ່ໄດ້ພົບວ່າ ມີຫໍ່ພລາສຕິກຈຳນວນ 2 ຫໍ່ໃຫຍ່, ເຊີ່ງພາຍໃນນັ້ນເປັນຢາຝິ່ນດິບມີ ນ້ຳໜັກຢູ່ປະມານ 4.2 ກິໂລກຣາມ, ເຈົ້າຫນ້າທີ່ຈຶ່ງໄດ້ທຳການຈັບກຸມຕົວເອົາໄວ້ ຫລັງຈາກນັ້ນ ເຈົ້າຫນ້າທີ່ຕຳຫລວດ ຈື່ງໄດ້ນຳເອົາຕົວຜູ້ຖືກຫາ ແລະຂອງກາງທີ່ເປັນຢາເສບຕິດນັ້ນ ເພື່ອໄປດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ, ພ້ອມທັງຈະໄດ້ ຂະຫຍາຍຜົນຕາມຫາຜູ້ທີ່ຈະມາຮັບຢາເສບຕິດນີ້ຕໍ່ໄປ

 

ຜູ້ຖືກຫາ ທີ່ທຳການລັກລອບຂົນຢາຝິ່ນຂ້າມຂອງໄປໄທນັ້ນ ເຈົ້າຫນ້າທີ່ໄດ້ໃຫ້ຮູ້ວ່າ ຊື່ຂອງຜູ້ຖືກຫາແມ່ນຊື່ວ່າ ທ້າວ ວອນ ແຊ່ເລົ່າ ອາຍຸປະມານ 18 ປີ ເປັນຊາວບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ສປປ ລາວ

Ad