Top Ad

header ads

ເຈົ້າໜ້າທີ່ແຂວງບໍ່ແກ້ວຈັບຢາບ້າໄດ້ 3 ລ້ານເມັດ ສ່ວນຄົນຄ້າໜີເຂົ້າປ່າ







ໃນວັນທີ 6 ພະຈິກ 2018 ຜ່ານມາ ທາງເຈົ້າໜ້າທີ່ປະຈຳຈຸດກວດກາ ບ້ານນໍ້າເກິ່ງ, ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວ ຈາກພົນລະເມືອງດີວ່າ: ຈະມີການເຄື່ອນຍ້າຍຢາເສບຕິດຈາກເມືອງຕົ້ນເຜິ້ງຫາເມືອງ ຫ້ວຍຊາຍແຂວງ ບໍ່ແກ້ວ ດ້ວຍການຊຸກເຊື່ອງໃສ່ລົດກະບະຣີໂວ້. ຫຼັງຈາກໄດ້ຮັບແຫຼ່ງຂ່າວແລ້ວ ທາງເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມກວດກາລົດຄັນດັ່ງກ່າວ.


ເມື່ອມາຮອດຕອນເຊົ້າວັນທີ 7 ພະຈິກ 2018 ເວລາປະມານ 5:30 ໂມງ ຈຶ່ງໄດ້ພົບເຫັນລົດກະບະຣີໂວ້ ກຳລັງມຸ້ງໜ້າມາແຕ່ເມືອງຕົ້ນເຜິ້ງ ເມື່ອມາຮອດຈຸດກວດກາ ບ້ານ ນໍ້າເກິ້ງ ທາງເຈົ້າໜ້າທີ່ຈຶ່ງໄດ້ສັນຍານໃຫ້ລົດຄັນດັ່ງກ່າວຈອດ ເພື່ອກວດກາ ແຕ່ຄົນຂັບລົດບໍ່ຍອມຈອດ. ຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ຂີ່ລົດໄລ່ຕາມໄປປະມານ 1 ກິໂລແມັດ, ແລ້ວຜູ້ຂັບຂີ່ລົດຄັນດັ່ງກ່າວ ແມ່ນໄດ້ຈອດລົດໄວ້ຂ້າງທາງ ແລ້ວເອົາຕົວຫຼົບໜີເຂົ້າປ່າ.


ຜ່ານການກວດຄົ້ນລົດຄັນດັ່ງກ່າວແມ່ນໄດ້ພົບເຫັນຢາເສບຕິດ ເປັນປະເພດຢາບ້າ ຈຳນວນ 15 ກະສອບ, ລວມມີ 1.500 ມັດ ເທົ່າກັບ 3 ລ້ານເມັດ ຊຸກເຊື່ອງຢູ່ພາຍໃນລົດ ແລະ ໄດ້ພົບເຫັນປ້າຍທະບຽນລົດໝາຍເລກ ກພ 5404 ກຳແພງນະຄອນ ທີ່ເປັນປ້າຍທະບຽນຂອງລົດຄັນດັ່ງກ່າວ ແຕ່ຜູ້ຂັບຂີ່ລົດໄດ້ປ່ຽນອອກ ແລ້ວເອົາທະບຽນປ້າຍສີຟ້າ ໝາຍເລກທະບຽນ ກຂ 1359 ກຳແພງນະຄອນ ປ່ຽນໃສ່ແທນ.


ຜ່ານການລວບລວມຂໍ້ມູນຢູ່ພາຍໃນລົດ ຈຶ່ງໄດ້ຮູ້ວ່າ: ເຈົ້າຂອງລົດ ຊື່ ທ້າວ ບຸນຍືນ ເຊຍທໍ່ຊົງ ຈີນູຊໍ່ເຢຍ ອາຍຸ 28 ປີ, ອາຊີບ ສ້ອມແປງລົດ ຢູ່ບ້ານ ວຽງທອງ, ເມືອງ ວຽງຄຳ ແຂວງ ຫຼວງພະບາງ, ເຊິ່ງຜູ້ກ່ຽວໄດ້ມາເປີດຮ້ານສ້ອມແປງລົດ ຢູ່ບ້ານ ອຸດົມ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ.


ປັດຈຸບັນທາງເຈົ້າໜ້າທີ່ ກຳລັງດຳເນີນການສືບສວນ-ສອບສວນ ແລະ ຂໍຄຳສັ່ງຈັບຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງຕໍ່ໄປ.







Ad