Top Ad

header ads

ເມືອງສັງທອງແຈ້ງ!! ຫ້າມບໍລິໂພກ ແລະ ຈໍາໜ່າຍປາເຂດສາຍນໍ້າຕອນ






ເມື່ອວັນທີ 8 ພະຈິກ 2018 ຜ່ານມາ ໄດ້ມີການໂພສຮູບປາຕາຍລົງໂຊຊ້ຽວເປັນຈໍານວນຫຼວງຫຼາຍ ເຂດແມ່ນໍ້າຕອນບ້ານໃຫຍ່ນາຈະເລີນ, ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍທີ່ບໍ່ຮູ້ສາເຫດ.


ອີງຕາມການບອກເລົ່າຂອງປະຊາຊົນໃນເຂດນັ້ນໃຫ້ຮູ່ວ່າ: ຢູ່ເທິງແມ່ນນໍ້າຕອນ ມີສວນກ້ວຍເຊິ່ງເປັນຂອງນັກລົງທຶນຕ່າງປະເທດ ທີ່ມາເຮັດການກະສິກຳຢູ່ເຂດນັ້ນ ຄິດວ່າອາດຈະມີສ່ວນກ່ຽວຂ້ອງກັບການຕາຍຂອງປາຈຳນວນຫຼາຍນີ້ ຈິ່ງໄດ້ແຈ້ງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງໄດ້ຊ່ວຍເລັ່ງກວດສອບ ແລະ ຫາທາງແກ້ໄຂ ເນື່ອງຈາກວ່າບໍ່ເຄີຍເຫັນປາຕາຍເປັນຈຳນວນຫຼວງຫຼາຍແບບນີ້ມາກ່ອນ.



ເມື່ອເປັນດັ່ງນັ້ນ, ຫ້ອງວ່າການ ເມືອງສັງທອງ ຈຶ່ງໄດ້ອອກແຈ້ງການເຖິງ ບັນດາຫົວໜ້າຫ້ອງການ, ກອງບັນຊາການ ປກຊ-ປກສ, ເລຂາພັກບ້ານ-ນາຍບ້ານ, ພະນັກງານຮາກຖານທົ່ວເມືອງ ສັງທອງ ຫ້າມນໍາເອົາສັດນໍ້າທີ່ຕາຍຕາມສາຍນໍ້າຕອນມາຈຳໜ່າຍ ແລະ ບໍລິໂພກ.
ຫ້ອງວ່າການ ເມືອງສັງທອງແຈ້ງວ່າ: ໃຫ້ອຳນາດການປົກຄອງບ້ານ ທີ່ອາໄສຢູ່ຕາມສາຍນໍ້າຕອນ ເປັນເຈົ້າການແຈ້ງປະຊາຊົນທີ່ຫາກິນຢູ່ຕາມສາຍນໍ້າຕອນ ກໍລະນີພົບເຫັນປາ, ສັດນໍ້າທຸກປະເພດທີ່ຕາຍແມ່ນຫ້າມນຳມາບໍລິໂພກ ແລະ ຈຳໜ່າຍຢ່າງເດັດຂາດ, ຖ້າພົບເຫັນສັດນໍ້າທຸກປະເພດໃຫ້ທຳລາຍຖິ້ມດ້ວຍການຝັງ ຫຼື ເຜົາທຳລາຍຖິ້ມ, ຫ້າມນໍາມາປຸ່ງແຕ່ງ ຫຼື ບໍລິໂພກເດັດຂາດ.



ມອບໃຫ້ອຳນາດການປົກຄອງບ້ານແຈ້ງ ໃຫ້ປະຊາຊົນລະມັດລະວັງໃນການນໍ້າໃຊ້ນໍ້າຕອນ ເພື່ອມາບໍລິໂພກ ຫຼື ໃຫ້ສັດລ້ຽງກິນ. ກໍລະນີທີ່ມີປະຊາຊົນນຳໃຊ້ນໍ້າຕອນຫາກມີອາການຜິດປົກກະຕິ ໃຫ້ຮີບຮ້ອນໄປພົບແພດຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານ.


ມອບໃຫ້ຂະແໜງການທີ່ກ່ຽວຂ້ອງສົມທົບອຳນາດການປົກຄອງ ບ້ານຕິດຕາມເບິ່ງສະພາບສັດນໍ້າຕາມສາຍນໍ້າຕອນ ຫາກມີປະກົດການໃຫ້ຮີບຮ້ອນລາຍງານພາກສ່ວນກ່ຽວຂ້ອງລົງກວດກາ ແລະເຮັດບົດບັນທຶກລາຍງານໃຫ້ຂັ້ນເທິງ ເປັນແຕ່ລະໄລຍະ.

ຂອບໃຈຂໍ້ມູນ: ເສດຖະກິດ-ການຄ້າ

Ad