Top Ad

header ads

ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ນະ​ຄອນ​ຫຼວງວຽງ​ຈັນ ປ່ອຍສັດປ່າຫວງຫ້າມບັນຊີໜຶ່ງຄືນສູ່ທໍາມະຊາດ






ເມື່ອວັນທີ່ 6 ພະຈິກ 2018 ທີ່ຜ່ານມາ​ນະຄອນຫຼວງວຽງຈັນ ປ່ອຍສັດປ່າຫວງຫ້າມບັນຊີໜຶ່ງ ທີ່ເປັນເຄື່ອງຂອງກາງທີ່ກອງກວດກາປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຮັບຈາກກົມຕໍາຫຼວດສິ່ງແວດລ້ອມ ຕາມບົດບັນທຶກ ມອບ-ຮັບສັດປ່າຫວງຫ້າມບັນຊີໜຶ່ງ ຄັ້ງວັນທີ 2 ພະຈິກ 2018 ກັບຄືນສູ່ທໍາມະຊາດ ຂະນະທີ່ສັດປ່າຕາຍ ແລະ ຊິ້ນສ່ວນສັດ ແມ່ນໄດ້ມີການທໍາລາຍຖິ້ມ.


ສັດປ່າຈໍານວນດັ່ງກ່າວ ກົມຕໍາຫຼວດສິ່ງແວດລ້ອມ ຢຶດໄດ້ໃນຄັ້ງວັນທີ 2 ພະຈິກ 2018 ຢູ່ເຮືອນຂອງ ທ້າວ ຕຸ້ຍ ເຮືອນເລກທີ 249 ໜ່ວຍ 19 ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງມີສັດປ່າທັງໝົດຄື: ໂຕເຮ່ຍເປັນ 225 ໂຕ ນໍ້າໜັກ 923,9 ກີໂລ ໂຕເຮ່ຍຕາຍ 10 ໂຕ ນໍ້າໜັກ 33 ກິໂລ ໂຕລິ້ນຕາຍ 4 ໂຕ ນໍ້າໜັກ 3,5 ກິໂລ ໂຕກັບແກ້ຕາຍ 2 ຖົງ ນໍ້າໜັກ 2,8 ກິໂລ ໂຕກັບແກ້ແຫ້ງ 127 ໂຕ ນໍ້າໜັກ 9,7 ງູເຫຼືອມ 1 ໂຕ ນໍ້າໜັກ 75 ກິໂລ.


ພິທີປ່ອຍສັດປ່າຫວງຫ້າມບັນຊີໜຶ່ງຈໍານວນດັ່ງກ່າວ ຄືນສູ່ທໍາມະຊາດ ຈັດຂຶ້ນທີ່ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ເຊິ່ງເປັນພື້ນທີ່ອຸດົມສົມບູນ ມີ ທ່ານ ແສງອາລຸນ ສຸລິຍະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກ ງານກວດກາປ່າໄມ້ ພ້ອມດ້ວຍບັນດາຄະນະນໍາ ກົມກອງ ຫ້ອງ ການ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

Ad