Top Ad

header ads

ໃບຂັບຂີ່ຍານພາຫະນະລາວໃຊ້ໄດ້ຮອດໃສແນ່?








ຈາກກໍລະນີມີຄົນລາວຄົນໜຶ່ງຂັບລົດຂ້າມໄປປະເທດເພື່ອນບ້ານ (ໄທ) ໂດຍໃຊ້ໃບຂັບຂີ່ຍານພາຫະນະລາວ ແລ້ວຖືກຕຳຫຼວດໄທກັກຕົວ ພ້ອມປັບໄໝເປັນເງິນ 400 ບາດ ສຳລັບເຫດການນີ້ໄດ້ສ້າງຄວາມສົນໃຈໃຫ້ແກ່ປະຊາຊົນຊາວລາວ ໂດຍສະເພາະຜູ້ທີ່ມັກຂັບລົດສ່ວນຕົວຂ້າມໄປຝັ່ງໄທ ຫຼື ຄົນທີ່ມີແຜນຈະລອງຂັບລົດສ່ວນຕົວຂ້າມໄປ ເພື່ອໃຫ້ຂໍ້ສົງໃສນີ້ມີຄຳຕອບກັບທຸກຄົນ.

ດັ່ງນັ້ນ, ທາງນັກຂ່າວລາວໂພສ ຈິ່ງໄດ້ໂທລະສັບໄປສອບຖາມທາງສະຖານທູດໄທປະຈຳນະຄອນຫຼວງວຽງຈັນກ່ຽວກັບເລື່ອງການຖືໃບຂັບຂີ່ຍານພາຫະນະລາວຂ້າມໄປປະເທດເພື່ອນບ້ານ (ໄທ) ໂດຍທາງເຈົ້າໜ້າກົງສູນຄົນໜຶ່ງໄດ້ໃຫ້ຄຳຕອບວ່າ ສຳລັບໃບຂັບຂີ່ຍານພາຫະນະລາວນັ້ນ ແມ່ນສາມາດນຳໃຊ້ເດີນທາງເຂົ້າ-ອອກໃນເຂດໜອງຄາຍ-ອຸດອນທານີເທົ່ານັ້ນ ແຕ່ຫາກທ່ານໃດມີຈຸດປະສົງຈະເດີນທາງໄປໄກກວ່ານີ້ແມ່ນໃຫ້ນຳໃຊ້ໃບຂັບຂີ່ສາກົນ.

ປະເທດລາວເປັນໜຶ່ງໃນປະເທດພາຄີຄູ່ສັນຍາກ່ຽວກັບການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ (ໄທ) ແລະ ບຸກຄົນຂ້າມແດນ ເຊິ່ງໄດ້ມີການລົງນາມກັນຄັ້ງທຳອິດໃນວັນທີ 26 ພະຈິກ 1999 ທີ່ນະຄອນຫຼວງວຽງຈັນ ແລະ ໄດ້ມີການແກ້ໄຂຄັ້ງສຸດທ້າຍໃນວັນທີ 19 ກັນຍາ 2003 ທີ່ເມືອງຕ້າລີ່ ເຊິ່ງລັດຖະບານປະເທດພາຄີໄດ້ເຫັນດີເຮັດຂໍ້ຕົກລົງສຳເລັດໃນປີ 2005 ໂດຍສັນຍາດັ່ງກ່າວລະບຸໄວ້ມີ 6 ປະເທດພາຄີຄື: ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ເຊິ່ງປະເທດຄູ່ພາຄີຈະຍອມຮັບໃບອະນຸຍາດຂັບຂີ່ພາຍໃນປະເທດທີ່ອອກໂດຍໜ່ວຍງານທີ່ມີອຳນາດອອກໃບອະນຸຍາດຂັບຂີ່ຂອງປະເທດຜູ້ສົ່ງ ຍົກເວັນໃບອະນຸຍາດຂັບຂີ່ປະເພດຫັດຂັບ, ໃບຂັບຂີ່ໝົດອາຍຸ, ໃບຂັບຂີ່ປະເພດຊົ່ວຄາວ ຫຼື ໃບອະນຸຍາດຂັບຂີ່ທີ່ຖືກພັກ ແລະ ອື່ນໆ ທີ່ມີລັກສະນະດຽວກັນ.

ນອກຈາກນີ້ ຍັງມີຂໍ້ມູນຈາກບົດສຳພາດຂອງທ່ານ ສະນິດ ພົມວົງ, ອະທິບໍດີກົມການຂົນສົ່ງທາງບົກ ໂດຍກ່າວວ່າ ສຳລັບຊາວຕ່າງຊາດທີ່ເຂົ້າມາໃນປະເທດໄທ ແລະ ຕ້ອງການຂັບຂີ່ລົດ ສິ່ງທຳອິດແມ່ນຕ້ອງມີໃບອະນຸຍາດຂັບຂີ່ຍານພະຫະ ໃນກໍລະນີທີ່ເຂົ້າມາໄທແລ້ວມີຄວາມປະສົງຕ້ອງການຂັບລົດແຕ່ຍັງບໍ່ທັນມີໃບຂັບຂີ່ເທື່ອ ກໍ່ສາມາດມາເຮັດໃບຂັບຂີ່ໃນປະເທດໄທໄດ້ ມາຕິດຕໍ່ກັບກົມການຂົນສົ່ງທາງບົກ ສຳນັກງານການຂົນສົ່ງປະຈຳຈັງຫວັດທົ່ວປະເທດ ສຳລັບເອກະສານທີ່ຈະນຳມາປະກອບຈະຕ້ອງມີ ປື້ມຜ່ານແດນເຂົ້າ-ອອກປະເທດຢ່າງຖືກຕ້ອງຕາມກົດໝາຍ, ສຳເນົາວີຊ່າ, ໃບອະນຸຍາດເຮັດວຽກ ຫຼື ໃບຮັບຮອງສະຖານທີ່ອາໃສໃນໄທ, ໃບຮັບຮອງແພດບໍ່ເກີນ 1 ເດືອນ ຫຼັງຈາກນັ້ນກໍ່ຈະມີການສອບເສັງເອົາໃບຂັບຂີ່.




ແຫຼ່ງຂໍ້ມູນ: Laopo ສະຖານທູດໄທ ປະຈຳ ສປປ ລາວ.

Ad