Top Ad

header ads

ມາຮູ້ຈັກ ກັບທຶນ YSEALI ທີ່ຈະພາພວກທ່ານໄປທີ່ປະເທະສະຫະລັດອາເມລິກາ ແລະວິທີການສະໝັກທຶນນີ້ນຳກັນ.






ສະບາຍດີ. ຂ້າພະເຈົ້າ ພອນສະຫວັນ ຈິນດາມະນີ ຫຼືເອີ້ນວ່າ #ນ້ອງຫວັນ ກໍໄດ້ເດີ. ຕອນນີ້ອາຍຸຫາກໍໄດ້ 26 ປີ. ປະຈຸບັນແມ່ນກຳລັງເຂົ້າຮ່ວມໂຄງການ YSEALI Professional Fellowship Program Fall 2018 ທີ່ ລັດ ມອນທານາ (Montana), ປະເທດ ສະຫະລັດອາເມລິກາ (USA). ພູມໃຈ ^^ !!!




ສຳລັບ YSEALI ມີຢູ່ 2 programs ນຳກັນ, ນັ້ນກໍຄື: YSEALI Academic Fellowship Program ແລະ YSEALI Professional Fellowship Program. ເຊິ່ງແຕ່ລະ program ເປັນແນວໃດນັ້ນ ເຮົາມາຮຽນຮູ້ໄປນຳກັນເລີຍ.

YSEALI Academic Fellowship Program ແມ່ນສະຖາບັນການສຶກສາໄລຍະສັ້ນໆທີ່ມີຈຸດປະສົງເພື່ອໃຫ້ກຸ່ມຜູ້ນໍາໄວໜຸ່ມມີຄວາມເຂົ້າໃຈເລິກເຊິ່ງກ່ຽວກັບສະຫະລັດ ແລະຫົວຂໍ້ພິເສດ ໃນຂະນະດຽວກັນເພື່ອເພີ່ມຄວາມສາມາດໃນການນໍາພາຂອງເຂົາເຈົ້າ. ເຊິ່ງຈະແນ່ໃສ່ຫນຶ່ງໃນສາມຫົວຂໍ້ຄື ການປະສານງານດ້ານພົນລະເມືອງ, ສິ່ງແວດລ້ອມ ແລະການຄຸ້ມຄອງຊັບພະຍາກອນທໍາມະຊາດ, ການປະກອບອາຊີບດ້ານສັງຄົມ ແລະການພັດທະນາເສດຖະກິດ ແລະສະຖາບັນ 5 ອາທິດ. ທີ່ຢູ່ ກິດຈະກໍາຕ່າງໆ ແລະການຮຽນໃນຫ້ອງຮຽນ ເຊິ່ງປະກອບດ້ວຍການເດີນທາງດ້ານການສຶກສາ, ການຢ້ຽມຢາມສະຖານທີ່ຕ່າງໆ, ກິດຈະກໍາຂອງຜູ້ນໍາ ແລະການເປັນອາສາສະຫມັກພາຍໃນຊຸມຊົນທ້ອງຖິ່ນ. ສະຖາບັນດັ່ງກ່າວຈະປະກອບມີອົງປະກອບທີ່ຢູ່ອາໄສທາງວິຊາການປະມານ 4 ອາທິດ ແລະການສຶກສາໃນປະເທດປະມານ 1 ອາທິດ. ໃນລະຫວ່າງການເຂົ້າຮ່ວມ, ຜູ້ເຂົ້າຮ່ວມຍັງມີໂອກາດເຂົ້າຮ່ວມກິດຈະກໍາດ້ານການສຶກສາ ແລະວັດທະນະທໍາຢູ່ນອກຫ້ອງຮຽນອີກດ້ວຍ.

YSEALI Professional Fellowship Program ແມ່ນໂຄງການແລກປ່ຽນການພັດທະນາຄວາມເປັນມືອາຊີບສໍາລັບຜູ້ນໍາຊຸມຊົນທີ່ດີທີ່ສຸດ ແລະເດັ່ນທີ່ສຸດຈາກອາຊຽນ, ທີ່ເຮັດວຽກໃນຂົງເຂດການມີສ່ວນຮ່ວມຂອງພົນລະເມືອງ, ການຄຸ້ມຄອງ NGO, ການສ້າງຄວາມສາມາດດ້ານເສດຖະກິດ, ການຄຸ້ມຄອງ, ຂະບວນການນິຕິກໍາ, ການຄຸ້ມຄອງສິ່ງແວດລ້ອມ ແລະຊັບພະຍາກອນທໍາມະຊາດ. ໂຄງການນີ້ ແມ່ນໃຫ້ເວລາເພື່ອເຂົ້າຮ່ວມເປັນເວລາຫນຶ່ງເດືອນເພື່ອຫາປະສົບການໃນອົງກອນທີ່ບໍ່ຫວັງຜົນກໍາໄລ ຫຼືອົງການອື່ນໆ, ຫ້ອງການຂອງລັດຖະບານ ຫຼືອົງການຈັດຕັ້ງທາງກົດຫມາຍ. ຜູ້ເຂົ້າຮ່ວມຈະໄດ້ເຮັດວຽກຮ່ວມກັບຜູ້ນໍາຊຸມຊົນເພື່ອເສີມຂະຫຍາຍຄວາມຊໍານານການປະຕິບັດວຍກງານ, ຄວາມສາມາດໃນການນໍາພາ ແລະການເຮັດວຽກຢ່າງເປັນມືອາຊີບເພື່ອແກ້ໄຂບັນຫາໃນຊຸມຊົນໃນໜ້າວຽກຂອງຕົນ.

ສຳລັບວິທີການສະໝັກກໍມີຂັ້ນຕອນງ່າຍໆດັ່ງນີ້:

ຮອບທີ 1: ການສະໝັກດ້ວຍຕົນເອງ 1. ກົດເຂົ້າໄປ Link ຂອງ program (Link ແນບໄວ້ໃຫ້ທາງດ້ານລຸ່ມ).

2. ເມື່ອກົດເຂົ້າໄປແລ້ວກໍຈະເຫັນຂໍ້ຄວາມອະທິບາຍກ່ຽວກັບທຶນ ແລະມີຫົວຂໍ້ໃຫ້ເຮົາໄດ້ເລືອກ.

3. ກົດເຂົ້າໄປຫົວຂໍ້ທີ່ເຮົາສົນໃຈ ແລະເຮັດການຕື່ມຂໍ້ມູນ.

4. ຫຼັງຈາກຕື່ມຂໍ້ມູນຄົບທຸກຢ່າງແລ້ວ, ກໍກົດ Submit ໄດ້ເລີຍ. ຮອບທີ 2: ລາຍຊື່ Shortlist 1. ຫຼັງຈາກເຮົາ Submited ແລ້ວ, ທາງຜູ້ຮັບຜິດຊອບຈະໃຊ້ເວລາໃນການຄັດເລືອກແບບຟອມ ເພື່ອຫາຜູ້ທີ່ຜ່ານຮອບທີ 1. 2. ເມື່ອໄດ້ Shortlist ເພິ່ນຈະແຈ້ງມາຍັງ E-mail ຂອງເຮົາເພື່ອນັດມື້ສຳພາດ. 3. ທຳການສຳພາດ ທີ່ສະຖານທູດຕາມໝາຍນັດ (ບາງທ່ານ ກໍສຳພາດທາງ Online ໃນກໍລະນີທີ່ບໍ່ສະດວກມາສຳພາດທີ່ສະຖານທູດໄດ້). 4. ຫຼັງຈາກສຳພາດແລ້ວ ກໍຈະເປັນຊ່ວງເວລາທີ່ທັງຕື່ນເຕັ້ນ ແລະ ຄ່ອງຄອຍ. ^^

5. ຖ້າທ່ານຖືກຄັດເລືອກ ທ່ານຈະໄດ້ຮັບ E-mail ຈາກທາງຄະນະຮັບຜິດຊອບວ່າ Congratulations!!! (ຕໍ່ໄປທ່ານກໍພຽງປະຕິບັດຕາມທີ່ທາງຄະນະຮັບຜິດຊອບແຈ້ງມາໃຫ້ທ່ານປະຕິບັດຕາມ).

ຂໍ້ຄວນໃສ່ໃຈ:

1. ຕ້ອງສະໝັກເປັນສະມາຊິກຂອງ YSEALI ກ່ອນ, ຈຶ່ງຈະສາມາດທຳການສະໝັກທຶນນີ້ໄດ້. ເຊິ່ງທ່ານສາມາດເປັນສະມາຊິກໄດ້ທີ່ນີ້: http://yseali.state.gov

2. ສຶກສາທຶນໃຫ້ດີ ເປັນຕົ້ນແມ່ນຫົວຂໍ້ທີ່ຈະສະໝັກ, ວິທີການສະໝັກ.

3. ມີຄວາມຊັດເຈນວ່າເປັນຫຍັງຈຶ່ງສົນໃຈຫົວຂໍ້ນັ້ນ ແລະ ແຜນໃນອານາຄົດຂອງເຮົາພ້ອມ (ອັນນີ້ສຳຄັນຫຼາຍ).

ຄຳຖາມທີ່ຫຼາຍຄົນຖາມມາ:

1. ທຶນຫຍັງ? ເປັນແນວໃດ? ສະມັກແນວໃດ? ຕອບ: ກັບໄປອ່ານດ້ານເທິງ.

2. ຄ່າໃຊ້ຈ່າຍເຮົາໄດ້ອອກຫຍັງແດ່? ຕອບ: ທຶນນີ້ແມ່ນທາງລັດຖະບານສະຫະລັດຮັບຜິດຊອບຕ່າໃຊ້ຈ່າຍ 100% ເລີຍ. (ໂອ້ ມີຄ່າໃຊ້ຈ່າຍໜ້ອຍໜຶ່ງ ເຊິ່ງເຮົາຈະຕ້ອງໄດ້ໃຊ້ Internet ໃນການອ່ານຂໍ້ຕວາມຂອງຂ້າພະເຈົ້າ ^^ ສະມັກສະມາຊິກ ແລະການ Submit ທຶນ).

3. ບໍ່ເກັ່ງພາສາອາອັງກິດ, ສະໝັກໄດ້ບໍ່? ກ່ອນຈະຕອບ ຂໍຍ້ອງກ່ອນວ່າ ດີແລ້ວທີ່ທ່ານຮູ້ຕົວວ່າທ່ານບໍ່ເກັ່ງພາສາອັງກິດ. ຕອບ: ສະນັ້ນ, ຖ້າບໍ່ເກັ່ງພາສາອັງກິດ, ກໍສະໝັກໄດ້ຄືກັນ. ແຕ່ແນ່ນອນວ່າທ່ານຈະບໍ່ຖືກຄັດເລືອກ. ເພາະທຶນນີ້ ການສື່ສານທຸກຢ່າງແມ່ນນຳໃຊ້ພາສາອັງກິດທັງໝົດ.

4. ໄປແລ້ວໄດ້ເຮັດຫຍັງແດ່?

=> ມາແລ້ວບໍ່ຢາກກັບແນ່ນອນ. ຂ້າພະເຈົ້າຂໍແລກປ່ຽນປະສົບການ: 1 ອາທິດ: ເປັນການທີ່ເຮົາຈະໄດ້ທຳຄວາມຮູ້ຈັກກັບຜູ້ເຂົ້າຮ່ວມຈາກບັນດາປະເທດ ASEAN ແລະຈະໄດ້ຮຽນຮູ້ທຸກຢ່າງກ່ຽວກັບປະເທດສະຫະລັດອາເມລິກາ. 3-4 ອາທິດ: ແມ່ນເຮົາຈະໄດ້ໄປໃຊ້ຊີວິດຢູ່ກັບ Host family ແລະຮ່ວມສຶກສາວຽກກັບ Host professor ຕາມໜ້າວຽກ ຫຼືຫົວຂໍ້ທີ່ເຮົາສະໝັກຕັ້ງແຕ່ທຳອິດ. 1 ອາທິດ: ເຮົາຈະໄດ້ກັບມາພົບກັນອີກ ທີ ນະຄອນຫຼວງ Washington, DC. ເພື່ອຮັບໃບຍັ້ງຍືນ ຫຼັງຈາກນັ້ນ, ກໍເດີນທາງກັບ.

YSEALI Academic Fellowship Program ສະໝັກໄດ້ທີ່: https://bit.ly/2KHtfnX

YSEALI Professional Fellowship Program ສະໝັກໄດ້ທີ່: https://bit.ly/2QvPDCD

 

Ad