Top Ad

header ads

ຮຽກຮ້ອງຕ້ອງການຕໍ່ຜູ້ທີ່ມີຈິດໃຈສັດທາຢາກຮ່ວມບໍລິຈາກເຄື່ອງຂອງຕ່າງໆ ໃຫ້ພີ່ນ້ອງຊາວ ເມືອງຊຳໃຕ້ ແຂວງຫົວພັນ

❄️ສະບາຍດີ❄️
ກ່ອນອື່ນໝົດພວກເຮົາຕ້ອງສະແດງຄວາມນັບຖື ແລະ ຮັກແພງມາຍັງພໍ່ແມ່ພີ່ນ້ອງຊາວ ແຂວງຫົວພັນ ລວມທັງຄົນລາວທຸກໆຄົນທີ່ມີນ້ຳໃຈ ພວກເຮົາກຸ່ມອາສາສະມັກຊຳເໜືອໄດ້ມີຄວາມຮຽກຮ້ອງຕ້ອງການຕໍ່ຜູ້ທີ່ມີຈິດໃຈສັດທາຢາກຮ່ວມບໍລິຈາກເຄື່ອງຂອງຕ່າງໆ ບໍ່ວ່າຈະເປັນ ເຂົ້າສານ, ອາຫານແຫ້ງ, ໝີ່, ເສື້ອຜ້າ, ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ, ວັດຖຸປັດໄຈຕ່າງໆ. ພວກເຮົາຂໍຕາງໜ້າໃຫ້ທຸກຄົນໃນການໄປບໍລິຈາກຄັ້ງນີ້.
ເນື່ອງຈາກວ່າແຂວງຫົວພັນເຮົານັບວ່າເປັນແຂວງທີ່ຍັງມີປະຊາຊົນທີ່ທຸກຍາກຂາດເຂີນພ້ອມທັງປະສົບກັບສະພາບອາກາດທີ່ໜາວຈັດໃນປັດຈຸບັນນີ້.
ແຜນການຂອງພວກເຮົາແມ່ນຈະໄປບໍລິຈາກໃຫ້ພໍ່ແມ່ປະຊາຊົນຢູ່ທີ່: ບ້ານພູຮວງ ເມືອງຊຳໃຕ້ ແຂວງຫົວພັນ
ຖ້າຫາກທ່ານໃດມີນ້ຳໃຈຢາກຮ່ວມບໍລິຈາກນຳພວກເຮົາໃນຄັ້ງນີ້ສາມາດຕິດຕໍ່ແລະສົມທົບນຳພວກເຮົາໄດ້
#ເວລາຮັບບໍລິຈາກ: ຕັ້ງແຕ່ມື້ນີ້ເປັນຕົ້ນໄປ






📲ຕິດຕໍ່: 020 91782715 (ໝີນ້ອຍ)
Meenoy Thipphaphone Lsch
020 96870462 (ໝຸດ)
Mout Moutdy
Page: VOLUNTEER XAMNUEA
🙏ຂໍຂອບໃຈ🙏
1ກົດ Like = 1ກະບອກສຽງ🇱🇦❤️
Ad