Top Ad

header ads

ສະຫຼົດ! ຄູບາແຂວນຄໍມໍລະນະພາບ ທີ່ວັດໂພນແຮ່

 
ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນ ໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ 1 ມີນາ 2018 ມີຄົນພົບເຫັນ ຄູບາແຂວນຄໍເສຍຊີວິດ ທີ່ກຸຕິວັດ ທີ່ວັດໂພນແຮ່ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
 
 
ຈາກການໃຫ້ຂໍ້ມູນຮູ້ວ່າ ຄູບາທີ່ມໍລະນະພາບ ແມ່ມເຈົ້າອາວາດວັດໂພນແຮ່, ອາຈານ ບຸນຍູ້. ເຊິ່ງລັກສະນະຂອງການຂ້າຕົວຕາຍ ແມ່ນໃຊ້ເຊືອກມັດໃສ່ເພດານ ແລ້ວປີນລຳໂພງເພື່ອມັດຄໍຂ້າຕົວຕາຍ.
ສາເຫດ ແລະ ແຮງຈູງໃຈ ຍັງບໍ່ສາມາດ ສະຫຼຸບໄດ້ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງຈະດຳເນີນການກວດສອບຕໍ່ໄປ. 
 
ພາບແລະຂ່າວ: Paul Walker
Ad