Top Ad

header ads

ການນໍາເມືອງເຊໂປນ ລົງແຈກຢາຍຜ້າອັດປາກ-ດັງ ຟຣີໃຫ້ປະຊາຊົນຢູ່ໂຮງໝໍເມືອງ ແລະ ແມ່ຄ້າຊາວຂາຍ


ໃນຕອນເຊົ້າວັນທີ 21 ເມສາ 2020 ນີ້, ການນໍາເມືອງເຊໂປນ ນໍາພາໂດຍທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ,ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວແຈກຢາຍຜ້າອັດປາກ-ດັງ ອະນາໄມຟຣີໃຫ້ພໍ່ຄ້າແມ່ຄ້າ ແລະ ປະຊາຊົນຢູ່ໂຮງໝໍເມືອງ ເພື່ອຕ້ານ-ສະກັດກັ້ນພະຍາດໂຄວິດ-19 .

ການລົງເຄື່ອນໄຫວແຈກຢາຍຜ້າອັດປາກຄັ້ງນີ້ກໍ່ຍ້ອນຄວາມເປັນຫວ່ງເປັນໄຍຂອງຂັ້ນເທິງທີ່ມີຕໍ່ປະຊາຊົນພາຍໃນເມືອງເຊໂປນ ນອກຈາກນັ້ນ ກໍເປັນການຜັນຂະຫຍາຍຕາມຄໍາສັງ-ແຈ້ງການຂອງລັດຖະບານ ແລະ ທິດຊີ້ນໍາຂອງທ່ານ ນາຍົກລັດຖະ
ມົນຕີ ໃຫ້ແຈກຢາຍຜ້າອັດປາກອະນາໄມໃຫ້ປະຊາຊົນເພື່ອຮັບປະກັນຄວາມປອດໄພ ແລະ ສະກັດກັ້ນໂຄວິດ ເຖິງແມ່ນວ່າຜ້າອັດປາກມີບໍ່ຫລາຍ ແຕ່ພວກເຮົາຕັ້ງໃຈປະກອທບສ່ວນ ແລະ ສົ່ງເສີມຂະບວນການຕ້່ານພະຍາດໂຄວິດຢ່າງໜັກແໜ້ນ.
ໂອກາດນີ້ ທ່ານເຈົ້າເມືອງກໍ່ໄດ້ເນັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ ພ້ອມທັງໃຫ້ມີການໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ເຂົ້າໃຈເຖິງການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ຢ່າງທົ່ວເຖິງແລະ ໄດ້ຮຽກຮ້ອງໃຫ້ປະຊາຊົນໃນເມືອງເຊໂປນ ຈົ່ງພ້ອມກັນ,ເອົາໃຈໃສ່ປະຕິບັດລະບຽບຢ່າງເຂັ້ມງວດ ທັງນີ້ກໍ່ເພື່ອເປັນການຄວບຄຸມແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ພ້ອມກັນຜ່ານຜ່າວິກິດການຄັ້ງນີ້ ໃຫ້ລຸລ່ວງໄປດ້ວຍດີ ແລະ ມີຄວາມປອດໄພທຸກໆຄົນ.
Ad