Top Ad

header ads

ສົງຄາມຍັງບໍ່ຈົບ ຢ່າຟ້າວນັບສົບຄົນຕາຍ


ເສິກບໍ່ແລ້ວ
ຢ່າຟ້າວນັບສົບ, ຮົບບໍ່ແລ້ວ ຢ່າຟ້າວ ສະຫລອງໄຊ ເດີ ພີ່ນ້ອງເຮົາເອີຍ

ແມ່ນຢູ່ 10 ວັນລຽນຕິດແລ້ວທີ່ປະເທດເຮົາ ບໍ່ມີກໍລະນີຕິດເຊື້ອ
ຊຶ່ງເລື່ອງນີ້ກໍ່ຍໍມືສາທຸນຳແລ້ວ ແລະກໍ່ ຂໍພາວະນາໃຫ້ມັນເປັນແນວນິ້ຕໍ່ໆໄປຈົນກວ່າວົງຈອນອຸບາດໂກວິດ-19 ນີ້ມັນດັບສູນຈາກໂລກໄປ ຈຶ່ງຄ່ອຍໄວ້ວາງໃຈເດີ. ແນວໃດກໍ່ດີສະພາບປັດຈຸບັນ ຍັງບໍ່ແນ່ນອນ ແລະ ບໍ່ຄວນລະເຫລີງ ເຮົາຍັງຕ້ອງ ເອົາກໍລະນີຂອງ 2 ປະເທດ ຄື ຍີ່ປຸ່ນ ແລະ ສິງກະໂປ ເປັນບົດຮຽນເຕືອນໃຈ ພວກເຮົາຢູ່ສະເໝີ.
ພາຍຫລັງວົງການວິຊາສະເພາະ ກໍ່ຄືຫາງສຽງໂລກ ໄດ້ອອກມາຍົກຍ້ອງຊົມເຊີຍ 2 ປະເທດນີ້ວ່າ ໄດ້ມີມາດຕະການເດັດຂາດຕ້ານໂຄວິດ-19 ຢ່າງດີເລີດໃນອາທິດຜ່ານມາ,ແຕ່ແລ້ວທາງການຂອງຍີ່ປຸ່ນ ແລະ ສິງກະໂປຈຳຕ້ອງກັບມາເພີ່ມມາດຕະການຕອບໂຕ້ໂກວິດ-19 ຄືນໃໝ່ ເນື່ອງຈາກຕົວເລກຄົນຕິດເຊື້ອ
 ເພີ່ມຂຶ້ນຢ່າງໜັກໜ່ວງ, ຂະນະທີ່ຈຳນວນຄົນຕາຍກໍ່ເພີ່ມ ໂດຍໃນວັນທີ 21 ເມສາ2020, ປະເທດຍີ່ປຸ່ນ ມີຜູ້ຕິດເຊື້ອເພີ່ມຂຶ້ນ 347 ກໍລະນີລວມທັງໝົດ 11.154 ກໍລະນີ, ເສຍຊີວິດອີກ 25 ຄົນ ລວມເສຍຊີວິດ 263 ຄົນ.ຂະນະທີ່ຕອນແລງມື້ດຽວກັນ,ຢູ່ ສິງກະໂປ ມີຜູ້ຕິດເຊື້ອໃໝ່ 1.111 ກໍລະນີ ລວມຜູ້ຕິດເຊື້ອ 9.125 ກໍລະນີ. ສະເພາະວັນທີ 20 ເມສາ 2020 ມື້ດຽວ ມີຄົນຕິດເຊື້ອເຖິງ 1.426 ຄົນ ໃນນີ້ກຳມະກອນຕ່າງປະເທດ (ອິນເດຍ ແລະ ບັງກະລາເດດ
 ເປັນຕົ້ນ)ຕິດເຊື້ອ 1.369 ຄົນ. ສະພາບນີ້ເຖິງຂັ້ນທ່ານ ນາຍົກ ລີຊຽນຫລົງຈຳຕ້ອງອອກມາເປັນຄັ້ງທີສີ່ ເພື່ອແຈ້ງເພີ່ມມາດຕະການການປ້ອງກັນ ແລະ ຕໍ່ຕ້ານໂກວິດ-19 ແລະ ໄດ້ຈັດຫາຫໍພັກໃໝ່ 5 ແຫ່ງໃຫ້ກຳມະ ກອນຕ່າງດ້າວ
ທີ່ຢູ່ກັນແບບແອອັດຢູ່ສິງກະໂປ. ຈາກຕົວຢ່າງ 2 ປະເທດນີ້ ຊິ້ໃຫ້ເຫັນຢ່າງຈະແຈ້ງວ່າ ຕ້ອງກັນບໍ່ໃຫ້ມັນກັບມາຮອບສອງ ເພາະ ຖ້າມາບາດໃໝ່ນິ້ແຮ່ງໜັກກວ່າເກົ່າ. ຂະນະທີ່ທາງການຈີນກໍ່ໄດ້ແຈ້ງວ່າ ຢູ່ເມືອງອູຮັນ ແລະເມືອງອື່ນໆຈຳພວກຕິດເຊື້ອທີ່ບໍ່ມີອາການ ມີຫລາຍຂຶ້ນ ແລະ ຈຳພວກນີ້ຈະແຜ່ເຊື້ອໃຫ້ຄົນອື່ນຢ່າງຫລວງຫລາຍ
ເພາະບໍ່ຮູ້ວ່າຕົນເອງຕິດເຊື້ອ.ສ່ວນອົງການອະນາໄມໂລກ ກໍ່ໄດ້ອອກມາເຕືອນວ່າ: ຄວາມຮ້າຍກາດມັນກັບມາອີກແລ້ວ(The worst is to come) ໝາຍຄວາມວ່າ ສະພາບຍັງຈະສືບຕໍ່ໜັກໜ້າໄປເລື້ອຍໆ… ແລະ ບອກວ່າ ການຫລຸດຜ່ອນມາດຕະການຕ້ານໂກວິດ-19 ບໍ່ໄດ້ໝາຍວ່າໂຣກອະຫິວາ ຈະຜ່ານພົ້ນໄປແລ້ວ.

ນີ້ແລະຄືເຫດຜົນທີ່ພາໃຫ້ພວກເຮົາຕ້ອງສືບຕໍ່ຕໍ່ສູ້ເນື່ອງຈາກວົງຈອນອຸບາດນີ້ມັນໄດ້ອາລະວາດຮອດປະເທດອະພິມະຫາອຳນາດມາແລ້ວ ຈົນຝັງສົບນຳບໍ່ທັນ ໄດ້ຂຸດຂຸມຝັງລວມໝູ່ ຄືດັ່ງລຸ່ມນີ້ ແລະ ຄິດວ່າພວກເຮົາຄົງຈະບໍ່ປາຖະໜາໃຫ້ມັນເກີດຂຶ້ນຢູ່ບ້ານເຮົາຕິເນາະ ພໍ່ແມ່ພີ່ນ້ອງເຮົາເອີຍ!

 ໂດຍ: ຢົງ ຈັນທະລັງສີ, ຂປລ.
Ad