ປະທານາທິບໍດີຣັດເຊຍທ່ານ Vladimir Putin ໄດ້ສົ່ງເຄື່ອງບິນຂອງກະຊວງປ້ອງກັນປະເທດຣັດເຊຍ ໄປອາເມລິກາ ໃນຖ້ຽວບິນດັ່ງກ່າວໄດ້ ນຳເອົາເຄື່ອງອຸປະກອນສາທາລະນະສຸກ ແລະ ສິ່ງຈຳເປັນ ຈຳນວນຫຼວງຫຼາຍມາສະຫະລັດເພື່ອສະໜັບສະໜູນ ພາລະກິດສາທາລະນະສຸກຂອງສະຫະລັດ. ໃນການຕໍ່ສູ້ກັບວິກິດໂລກລະບາດ Covid - 19
ສຳລັບສິ່ງຂອງທີ່ຖືກສົ່ງໄປນັ້ນ, ບໍ່ໄດ້ຖືກເປີດເຜີຍວ່າມັນແມ່ນຫຍັງ. ແລະືມັນເທົ່າໃດ? ແຕ່ສື່ມວນຊົນຄາດຄະເນວ່າມັນອາດຈະເປັນ ໜ້າກາກ ແລະ ເຄື່ອງຊ່ວຍຫາຍໃຈ
ໂຄສົກລັດຖະບານທ່ານ Dmitry Peskov ໄດ້ກ່າວວ່າການດຳເນີນການດັ່ງກ່າວໄດ້ເກີດຂື້ນຫຼັງຈາກການໂອ້ລົມທາງໂທລະສັບລະຫວ່າງປະທານາທິບໍດີ Vladimir Putin ແລະ ປະທານາທິບໍດີ Donald Trump ຂອງສະຫາລັດ
ກ່ອນໜ້ານີ້, ທາງລັດຖະບານຣັດເຊຍກໍ່ໄດ້ມອບ ໜ້າກາກທາງດ້ານການແພດ ແລະ ເຄື່ອງຊ່ວຍຫາຍໃຈ 600ເຄື່ອງ ແລະ ສົ່ງທີມແພດອີກຈຳນວນໜຶ່ງ ເພື່ອຊ່ວຍອີຕາລີ ທີ່ປະເຊີນກັບສະພາບການລະບາດຂອງ Covid-19 ໃນລະດັບໜັກທີ່ສຸດໃນໂລກ

