Top Ad

header ads

ມາເຮັດວຽກແຕ່ບໍ່ໄດ້ຮັບຄ່າຈ້າງ ແຕ່ຍັງໂຊກດີທີ່ໄດ້ມາພົບຄົນດີໆແບບນີ້


ມີເລື່ອງມາເລົ່າສູ່ຟັງ ຍາວແນ່ເດີ້ ຂອບໃຈຖ້າອ່ານຈົບ.
ມື້ນີ້ວັນທີ 18/07/2020 ໃນຂະນະທີ່ຂ້ອຍກຳລັງຂີ່ລົດໄປວຽກ ຂ້ອຍໄດ້ເຫັນຜູ້ຊາຍຄົນໜຶ່ງພາຍຖົງຍ່າງໄປຕາມທາງ ດ້ວຍຄວາມທີ່ຂ້ອຍເປັນຄົນມັກຖາມຄົນ ຖ້າໄປທາງດຽວກັນຂ້ອຍກໍຈະໃຫ້ຂີ່ລົດໄປນຳ ຂ້ອຍກໍເລີຍຈອດຖາມວ່າ:
ຂ້ອຍ: ເຈົ້າມາແຕ່ໃສ, ກຳລັງຊິໄປໃສ?
ລາວຜູ້ຊາຍ : ນ້ອງຍ່າງມາແຕ່ບ້ານນາຄວາຍ ກຳລັງຊິຍ່າງໄປທາງຫລັກ 5

ຂ້ອຍ: ຄິດໃນໃຈ ຍ່າງມາແຕ່ບ້ານນາຄວາຍ 10ປາຍກິໂລແມັດ ຄືຊິເມື່ອຍ ກໍເລີຍຊວນລາວຂຶ້ນລົດນຳຢາກຊິພາລາວໄປສົ່ງຕາມບ່ອນທີ່ລາວຢາກໄປ, ໃນຕອນທີ່ກຳລັງຂີ່ລົດໄປກໍໄດ້ລົມກັບຖາມກ່ຽວກັບຊີວິດການເປັນຢູ່ຂອງລາວ ລາວມາຈາກເເຂວງອຸດົມໄຊມາເຮັດວຽກກຳມະກອນຢູ່ບ້ານນາຄວາຍເຮັດວຽກ 20ປາຍມື້ແຕ່ບໍ່ໄດ້ເງິນຈາກນາຍຈ້າງ ນາຍຈ້າງກັບໄປປະເທດຫວຽດນາມບໍ່ກັບມາກໍເລີຍບໍ່ມີເງິນຈັກກີບ, ໂທລະສັບກໍຖືກລັກ, ບໍ່ໄດ້ໂທຫາພໍ່ ແມ່ ເກືອບ 20ມື້ແລ້ວ,

ເວລາກາງຄືນກໍໄປຫາບ່ອນນອນຢູ່ວັດ, ຂ້ອຍໄດ້ຍິນແນວນັ້ນຂ້ອຍກໍຍິ່ງອິຕົນ ຂ້ອຍຄິດໃນໃຈວ່າຂ້ອຍຊິຊ່ວຍຫຍັງລາວດີ ຂ້ອຍມີເງິນຢູ່ 200,000ກີບ ຂ້ອຍຊິໄປຊອກຊື້ໂທລະສັບໃຫ້ລາວເພື່ອໃຫ້ລາວໄດ້ໂທຫາພໍ່ແມ່ຂອງລາວ ລາວຄືຊິຄິດຮອດພໍ່ແມ່ລາວຫຼາຍ, ຂ້ອຍໄດ້ພາລາວໄປຊື້ໂທລະສັບຢູ່ແຖວໂຮງໝໍມິດຕະພາບໃນລາຄາ 150,000 ແລະ ຂ້ອຍໄດ້ໂອນເງິນມູນຄ່າໂທຈາກໂທລະສັບຂອງຂ້ອຍໃຫ້ລາວອີກພ້ອມ 50,000ກີບ,

ຕອນທີ່ຂ້ອຍຍື່ນໂທລະສັບໃຫ້ລາວ ລາວດີໃຈຫຼາຍຈົນບໍ່ຮູ້ຊິເວົ້າ ລາວເກງໃຈ ລາວບໍ່ກ້າຊິເອົານຳຂ້ອຍ ຂ້ອຍກໍວ່າເອົາໂລດ ເອົາໄວ້ໂທຫາພໍ່,ແມ່, ລາວກໍບອກວ່າເກີດມາຍັງບໍ່ເຄີຍເຈິຄົນແບບອ້າຍຈັກເທື່ອ (ຂ້ອຍກໍລັກຍິ້ມຢູ່ໃນໃຈ) ແລະ ບອກລາວຮີບໂທຫາຄອບຄົວຂອງລາວເລີຍ, ລາວໄດ້ຈົກເຈ້ຍນ້ອຍໆໃບໜຶ່ງອອກມາ ໃນເຈ້ຍໃບນັ້ນແມ່ນມີນ້ຳເບີໂທລະສັບຂອງພໍ່ລາວຢູ່ ລາວລົມກັບຄອບຄົວຂອງລາວເປັນພາສາມົ້ງ ຂ້ອຍໄດ້ຍິນແຕ່ຄຳວ່າ “ໂທລະສັບ” ກັບ “50,000” ເຫລືອນັ້ນບໍ່ເຂົ້າໃຈ 😅😅😅,

ຫລັງຈາກທີ່ລາວລົມເເລ້ວ ລາວກໍບອກວ່າ ພໍ່ລາວດີໃຈຫລາຍ ພໍ່ລາວກໍບໍ່ເຄີຍເຫັນຄົນແບບນີ້ (ຂ້ອຍກໍຍິ່ງລັກຍິ້ມຢູ່ໃນໃຈຄັກບາດນິນະ) ຂ້ອຍກໍໄດ້ພາລາວໄປກິນເຂົ້າຜັດຢູ່ແຖວໂພນພະເນົາ 15,000ກີບ+ ນ້ຳດື່ມ 5000ກີບ ຕອນນີ້ເງິນຂ້ອຍເຫຼືອຢູ່ 30,000ກີບ ຂ້ອຍ ໄດ້ເອົາເງິນສ່ວນທີ່ເຫຼືອຂອງຂ້ອຍທັງໝົດໃຫ້ລາວ 30,000ກີບ ລາວກໍດີໃຈຈົນບອກບໍ່ຖືກ,

ຕອນນີ້ລາວຢາກເຮັດວຽກ ຢາກໄດ້ເງິນປະມານ 4-5 ແສນແລ້ວລາວຊິຈ້າງຄ່າລົດກັບບ້ານ, ຂ້ອຍກໍບອກວ່າຊິຊອກບ່ອນເຮັດວຽກຊ່ວຍເດີ້ແລ້ວຊິໂທຫາ,ຂ້ອຍກໍບໍ່ມີເງິນພຽງພໍທີ່ຊິຊ່ວຍລາວກັບບ້ານໄດ້ ຂ້ອຍຊ່ວຍເທົ່າທີ່ຂ້ອຍມີທັງຫມົດເເລ້ວ, ຫລື ຜູ້ໃດຕ້ອງການກຳມະກອນເຮັດວຽກຫາຊ່ວຍລາວໃຫ້ເເນ່

ເບີໂທລາວ 02059959246 ຊື່ ທ້າວ ແກ້ວ.

#ຂ້ອຍບໍ່ໄດ້ຖ້າຮອດມື້ທີ່ຂ້ອຍລວຍຂ້ອຍຈຶ່ງຊິຄິດຊ່ວຍຄົນ ເພາະຖ້າເຮົາບໍ່ລວຍເຮົາກໍບໍ່ມີໂອກາດໄດ້ຊ່ວຍເຫຼືອຄົນອື່ນ.
#ມັນອາດຊິໜ້ອຍສຳລັບບາງຄົນ ແຕ່ຂ້ອຍໃຫ້ເຈົ້າເທົ່າທີ່ຂ້ອຍມີ.

ຂຽນໂດຍ @To souchinda xayyavong

Ad