Top Ad

header ads

ຢ້ອນປະຫວັດຄະດີ ສາວ 19 ປີ ຖືກໂທດປະຫານຊີວິດ (ແຟນສາວເຄືອຂ່າຍຢາເສບຕິດລາຍໃຫຍ່)

 


ນາງ ປາວີນາ ຫຼື ຈູ່ລີ ອາຍຸ 19 ປີ ຢູ່ບ້ານວັດໄຕນ້ອຍ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນໜຶ່ງໃນນັກໂທດ ທີ່ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນ ປະຫານຊິວິດ ໃນວັນທີ 23 ມັງກອນ ຜ່ານມາ, ຊິ່ງຜູ້ກ່ຽວຮ່ວມກັບແຟນເຄື່ອນໄຫວ ຄ້າຂາຍຢາເສບຕິດ, ເປັນນັກເລງອັນຕະພານ , ການຟອກເງິນ ແລະ ການປິດບັງການກະທໍາຜິດ.


ເຈົ້າໜ້າທີ່ ເປີດເຜີຍເບື້ອງຫຼັງການກະທໍາຜິດຂອງນາງ ປາວີນາ ຫຼື ຈູ່ລີ, ເຊິ່ງເປັນແຟນຂອງ ທ້າວ ກິນ້ອຍ ອາຍຸ 36 ປີ ຢູ່ບ້ານອາກາດ ຢູ່ເມືອງສີໂຄດຕະບອງ ແລະ ຖືກສານຕັດສິນປະ ຫານຊີວິດເຊັ່ນກັນ. ນາງ ປາວິນາ ໄດ້ຢູ່ກິນຮ່ວມກັບ ທ້າວ ກິນ້ອຍ ແບບຜົວ-ເມຍ. ແຕ່ບໍ່ໄດ້ແຕ່ງງານຢ່າງຖືກຕ້ອງຕາມກົດໝາຍ, ນາງ ປາວີນາ ແມ່ນຮູ້ດີວ່າ ທ້າວ ກິນ້ອຍ ມີການເຄື່ອນ ໄຫວຄ້າຂາຍຢາເສບຕິດນໍາຄົນໄທ, ຄົນລາວຫຼາຍຄົນ ໂດຍເລີມຈາກໄລຍະປີ 2016 ທ້າວ ກີນ້ອຍ ໄດ້ບອກໃຫ້ ນາງ ປາວິນາ ໄປເປີດບັນຊີທະນາຄານກະສິກອນໄທ ເພື່ອໃຫ້ ທ້າວ ກິ ນ້ອຍ ແລະ ບຸກຄົນທີ່ຄ້າຂາຍຢາເສບຕິດໂອນເງິນເຂົ້າບັນຊີດັ່ງກ່າວ.

ຜ່ານມາ, ມີຄົນໂອນເງິນເຂົ້າບັນຊີຈໍານວນ 9 ຄັ້ງ ເປັນເງິນທັງໝົດຈໍານວນ 2.340.000 ບາດ ແລະ ທ້າວ ກິນ້ອຍ ກໍໄດ້ໂອນເງິນເຂົ້າບັນຊີດັ່ງກ່າວຈໍານວນ 3-4ຄັ້ງ ຄັ້ງລະ 300.000-400.000 ບາດ, ເມື່ອໃດ ທ້າວ ກິນ້ອຍ ຕ້ອງການເງິນໃຊ້, ນາງ ປາວີນາ ຈຶ່ງໄປຖອນເອົາເງິນອອກມາໃຫ້ແລ້ວໄດ້ນໍາເອົາເງິນທີ່ໄດ້ມາຈາກການຄ້າຂາຍຢາເສບຕິດ, ມາຊື້ທີ່ດິນ, ຊື້ເຮືອນ, ຊື້ລົດໃຫຍ່, ພຣະພຸດທະຮູບ ແລະ ວັດຖຸເງິນຄໍາ ນັ້ນຄືການຟອກເງິນ.

ໃນວັນທີ 19 ພຶດສະພາ 2016, ທ້າວ ກິນ້ອຍ ໄດ້ບອກໃຫ້ ນາງ ປາວິນາ ເອົາເງິນຢູ່ໃນຕູ້ເຊັບຈໍານວນ 2.300.000 ບາດ ກັບ 50.000 ໂດລາ ມາໃຫ້ ທ້າວ ກີນ້ອຍ. ມາວັນທີ 14 ກັນຍາ 2016, ນາງ ປາວິນາ ໄດ້ເດີນທາງໄປແຂວງບໍ່ແກ້ວ ນໍາທ້າວ ກິນ້ອຍ ມີລົດ 2 ຄັນ ຄື: ຄັນທີ 1 ແມ່ນລົດເລັກຊັດໝາຍເລກທະບຽນ ຮທ 8777 ກໍາແພງນະຄອນ ໂດຍມີ ທ້າວ ສົມບູນ ຫຼື ໝູ, ທ້າວ ອິດທິສັກ ຫຼື ອ້າຍ, ທ້າວ ເລ່ ແລະ ທ້າວ ນຸ່;
ຄັນທີ 2 ແມ່ນລົດເລັກຊັດໝາຍເລກທະບຽນ ກຜ 2320 ກໍາແພງນະຄອນ ມີທ້າວ ກິ ນ້ອຍ, ທ້າວ ທະນົງສັກ ຫຼື ແອ້ນ, ທ້າວ ເພັດສາຄອນ ຫຼື ຈັນ ແລະ ນາງ ປາວິນາ. ພໍຮອດ ແຂວງບໍ່ແກ້ວ ໄດ້ເຂົ້າພັກຢູ່ໂຮງແຮມແຫຼ່ງໜຶ່ງຢູ່ບ້ານສີບຸນເຮືອງ ຮອດເວລາ 20:00 ໂມງ ນາງ ປາວີນາ ເຫັນຜູ້ຊາຍບໍ່ຮູ້ຊື່ຂັບຂີ່ລົດມາຮັບເອົາ ທ້າວ ກິນ້ອຍ ໄປເຮືອນ ທ້າວ ຫວາດ ຢູ່ບ້ານສີບຸນເຮືອງຈົນຮອດເວລາ 23:00 ໂມງ ນາງ ປາວິນາ ໄດ້ໄປຮັບເອົາ ທ້າວ ກິນ້ອຍ ຢູ່ເຮືອນຂອງທ້າວ ຫວາດ ແລ້ວພາກັນກັບມາຫ້ວຍຊາຍ.

ພໍມາຮອດເສັ້ນທາງເຂດບ້ານນໍ້າເກິ່ງ ມີເຈົ້າໜ້າທີ່ກວດກາເອກະສານລົດ ແລະ ກວດກາລົດ ພົບເຫັນຢາບ້າຈໍານວນ 277 ເມັດ, ຢາໄອສ໌ຈໍານວນ 2 ຖົງນ້ອຍ ແລະ ປືນສັ້ນຈໍານວນ 2 ກະບອກ ຢູ່ໃນລົດຄັນດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ, ເຖິງວ່າໃນເວລາຈັບຕົວ ນາງ ປາວີນາ ນັ້ນຈະບໍ່ມີຂອງກາງ ກໍຕາມແຕ່ ນາງ ປາວິນາ ກໍໃຫ້ການຮັບສາລະພາບວ່າ ໄດ້ເຄື່ອນ ໄຫວຄ້າຂາຍຢາເສບຕິດ ແລະ ການຟອກເງິນແທ້.

ນອກນັ້ນ, ທ້າວ ກິນ້ອຍ ກໍໄດ້ໃຫ້ການຢັ້ງຢືນວ່າ ໄດ້ຮ່ວມກັນກັບ ນາງ ປາວີນາ ໄປທວງໜີ້ເງິນຄ່າຢາເສບຕິດນໍາ ທ້າວ ຄອນໄທ ຈໍານວນ 3.500.000 ບາດ ໃນເວລາມອບເງິນດັ່ງກ່າວ ນາງ ປາວີນາ ກໍໄດ້ເຂົ້າຮ່ວມນໍາ ແລະ ທ້າວ ທະນົງສັກ ຫຼື ແອ້ນ ກໍ່ໄດ້ໃຫ້ການຢັ້ງຢືນວ່າ ໃນເວລາຂັບລົດໄປທວງໜີ້ຢາເສບຕິດ ແມ່ນ ນາງ ປາວີນາ ກໍໄປນໍາທຸກຄັ້ງ. ຈາກຂໍ້ມູນຫຼັກຖານທີ່ກ່າວມາຂ້າງເທິງນັ້ນ, ຈຶ່ງຖືໄດ້ວ່າ ນາງ ປາວິນາ ກະທໍາຜິດໃນສະຖານການຄ້າ ຂາຍຢາເສບຕິດ, ການຟອກເງິນ ແລະ ການ ປິດບັງການກະທໍາຜິດຢ່າງແທ້ຈິງ ສານຈຶ່ງເຫັນຄວນຕັດສິນປະຫານຊີວິດ ໃນວັນທີ 23 ມັງກອນ ທີ່ຜ່ານມາ.

Ad