Top Ad

header ads

2 ສ່ຽວ ຖືກຈັບດຳເນີນຄະດີ ພ້ອມຢາບ້າ 6.000 ເມັດ



ໃນວັນທີ 11 ກັນຍາ 2020, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ນຳຕົວທ້າວ ແກ້ວຫຼ້າ ຫຼື ທອງແກ້ວ ອາຍຸ 45 ປີ ກຳມະກອນ ຢູ່ບ້ານໜອງພະຍາ ແລະ ທ້າວ ວຽງໄຊ ບ້ານດົງໂດກ ທັງ 2 ຢູ່ເມືອງໄຊທານີ ນະ ຄອນຫຼວງວຽງຈັນ ມາດຳເນີນການສອບສວນ ພາຍຫຼັງພວກກຽ່ວຖືກເຈົ້າໜ້າທີ່ກັກຕົວໄດ້ພ້ອມຂອງກາງຢາບ້າ 6.000 ເມັດ. ໃນວັນທີ 31 ສິງຫາ ຜ່ານມາ, ໃນຂະນະທີ່ກຳລັງເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເສັ້ນທາງເຂດບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ແກ້ວຫຼ້າ ໄດ້ຮັບສາລະພາບວ່າ ຢາບ້າຈຳນວນດັ່ງກ່າວແມ່ນເປັນຂອງຜູ້ກ່ຽວແທ້, ເຊິ່ງຮັບມາຈາກ ທ້າວ ວຽງໄຊ ແມ່ນເຄີຍຮຽນນຳກັນ ແລະ ໄດ້ຮູ້ຈັກຮັກແພງກັນເປັນເວລາຫຼາຍປີ ຈຶ່ງໄດ້ພາກັນເຄື່ອນໄຫວຄ້າຂາຍຢາເສບຕິດ; ເຊິ່ງຄັ້ງນີ້ ເປັນຄັ້ງທຳອິດທີ່ໄປຮັບຢາບ້ານຳ ທ້າວ ວຽງໄຊ ຈຳນວນ 1 ແພັກ ເທົ່າກັບ 6.000 ເມັດ ສະຖານທີ່ສົ່ງຢາແມ່ນເສັ້ນທາງເຂດບ້ານຊຳເກດ ແຕ່ບໍ່ທັນໄດ້ ສົ່ງຈຶ່ງຖືກເຈົ້າໜ້າທີ່ກັກຕົວ.

ຈາກນັ້ນ, ເຈົ້າໜ້າທີ່ຕິດຕາມຈັບ ທ້າວ ວຽງໄຊ ຕາມການຊັດທອດ ແລະ ຜູ້ກ່ຽວໄດ້ຍອມ ຮັບສາລະພາບວ່າ: ໄດ້ເອົາຢາບ້າຈໍານວນດັ່ງກ່າວໃຫ້ທ້າວ ແກ້ວ ຫຼ້າ ໄປຂາຍແທ້ໄດ້ມາຈາກຜູ້ຮ່ວມຂະບວນການດຽວກັນ; ເຊິ່ງໄດ້ຕົກລົງກັນວ່າ ພາຍຫຼັງໄດ້ເງິນກຳໄລມາຈຶ່ງແບ່ງປັນກັນຄົນລະເຄິ່ງ ແຕ່ບໍ່ທັນໄດ້ຂາຍຖືກເຈົ້າໜ້າທີ່ກັກຕົວໄດ້ກ່ອນ.

ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງ, ພັກພວກທີ່ຮ່ວມຂະບວນການມາລົງໂທດຕາມຂັ້ນຕອນຂອງກົດໝາຍ ແລະ ສະຫຼຸບຂໍຄຳສັ່ງກັກຂັງພາງຈາກອົງການໄອຍະການ.

Ad