ເຫດການນີ້ເກີດຂຶ້ນກັບສາວຄົນໜຶ່ງຊື່ ຍຸ້ມ ໄດ້ດື່ມເບຍກັບໝູ່ ຊື່ ແຂ້ ສອງຄົນດື່ມເບຍໄປໄດ້ 8ແກ້ວ (ອາການຊຶມໆແລ້ວ) ເລີຍເກີດຢາກກິນຫອຍນາງລົມ ຈຶ່ງໄດ້ສັ່ງຊື້ຫອຍທາງອອນລາຍມາແກ້ມ ຈຳນວນ 6ໂຕ ເຊິ່ງແມ່ນ ສາວແຂ້ ເປັນຄົນຈ່າຍເງິນ
![](https://www.suelao.com/wp-content/uploads/2020/09/ภาพ-35-1024x440.png)
ຫຼັງຈາກນັ້ນ ນາງແຂ້ (ຜູ້ຈ່າຍເງິນ) ໄດ້ກິນໄປໂຕໜຶ່ງ ແລ້ວຮູ້ສຶກເຈັບທ້ອງ ເລີຍໄປເຂົ້າຫ້ອງນໍ້າ ເວລາຜ່ານໄປເກືອບ 15ນາທີ ນາງ ຍຸ້ມເຫັນທ່າບໍ່ດີເລີຍໄປເອີ້ນໃສ່ໝູ່ຢູ່ຫ້ອງນໍ້າແຕ່ ນາງແຂ້ ບອກວ່າບໍ່ເປັນຫຍັງ ຈົນເລີຍໄປ 30ນາທີ ນາງແຂ້ຈຶ່ງອອກມາຈາກຫ້ອງນໍ້າພ້ອມດ້ວຍສີໜ້າຕົກໃຈ
ເພາະນາງ ຍຸ້ມ ໝູ່ສະນິດ ໄດ້ກິນຫອຍທີ່ຫາກະຊື້ມາຈົນໝົດ ນາງແຂ້ເກີດອາການໂມໂຫໂທໂສວ່າຕົນເອງເປັນຄົນຈ່າຍເງິນແຕ່ໄດ້ກິນໂຕດຽວ ເລີຍຈັບໄມ້ກ້ານຟອຍມາຟາດປາກ ນາງຍຸ້ມ ຈົນປາກໂປ ມີເລືອດໄຫຼອອກ ຫງາຍຫຼັງຕົກຕັ່ງ
ເມື່ອນາງແຂ້ ຈັ້ງສະຕິໄດ້ຈຶ່ງໂທເອີ້ນກູ້ໄພນຳສົ່ງໂຮງໝໍ ພ້ອມໂພສຂໍໂທດ ຖ້າບໍ່ຊື້ຫອຍນາງລົມມາ ມິດຕະພາບຂອງສອງສ່ຽວເຮົາຄືຊິບໍ່ຂາດສະບັ້ນແບບນີ້ ສາຍເມົາຕ້ອງມີສະຕິເດີ້ ຕອນນີ້ແອັດຂໍດຶງສະຕິໂຕເອງກັບມາກ່ອນ ແຮະ ຂໍຂອບໃຈບົດຄວາມຈາກ: ອິນໂນເຊັນສ innocence