Top Ad

header ads

ຂ້າປາດຄໍນາຍຈ້າງ ອ້າງ.. ແຄ້ນມັກປ້ອຍດ່າ ຊາຍອາຍຸ 18 ປີ

 


 ເປັນລູກຈ້າງຢູ່ຮ້ານສ້ອມແປງລົດຈັກຂອງຄົນຈີນ ທີ່ມາເປີດຮ້ານບໍລິ ການລູກຄ້າຢູ່ເຂດບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ທໍາຮ້າຍຮ່າງກາຍນາຍຈ້າງ ກ່ອນໃຊ້ມີດປາດຄໍຈົນບາດເຈັບສາຫັດ ແລ້ວເສຍຊີວິດເວລາຕໍ່ມາ, ໂດຍອ້າງວ່າ ແຄ້ນໃຫ້ນາຍຈ້າງມັກຮ້າຍດ່າເປັນປະຈໍາ.
ເຫດການດັ່ງກ່າວເກີດຂຶ້ນ ໃນເວລາປະມານ 19 ໂມງຂອງວັນທີ 8 ມີນາ 2021;


 

 ຜູ້ຖືກເຄາະຮ້າຍ ຊື່ ທ້າວ ລີຊ້ຽວ ອາຍຸ 27 ປີ ອາຊີບຄ້າ-ຂາຍ ສັນຊາດຈີນ ຢູ່ບ້ານເວີນຊົງ, ເມືອງ ເຊົາຢາ ແຂວງພູນານ, ພັກເຊົາຢູ່ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ (ມາເຊົ່າຮ້ານເພື່ອສ້ອມແປງລົດຈັກ ແລະ ຂາຍເຄື່ອງອາໄຫຼ); ຜູ້ກໍ່ເຫດ ຊື່ ທ້າວ ກຸ້ງ ອາຍຸ 18 ປີ ຢູ່ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ(ລູກຈ້າງ).
ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວໃຫ້ຮູ້ວ່າ: 

 


ພາຍຫຼັງໄດ້ຮັບລາຍງານຈາກປະຊາຊົນວ່າ ມີເຫດການທໍາຮ້າຍຮ່າງກາຍຢູ່ຮ້ານສ້ອມແປງລົດຈັກ ຢູ່ ບ້ານປ່າອ້ອຍ, ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະຈິ່ງລົງໄປເກັບກໍາຂໍ້ມູນ, ກວດ ກາສະຖານທີ່ເກີດເຫດເຫັນວ່າ ຜູ້ໄດ້ຮັບບາດເຈັບຫຼື ຖືກເຄາະຮ້າຍ ແມ່ນມີຄົນສັນຊາດຈີນ ຊື່ ທ້າວ ລີຊ້ຽວ; ຜູ້ກໍ່ເຫດຄື ທ້າວ ກຸ້ງ ໄດ້ເອົາຕົວຫຼົບໜີ, ຈິງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມຈັບຕົວ; ຜ່ານການຕິດຕາມຜູ້ກໍ່ເຫດມາຮອດເວລາ 11:00 ໂມງ ຂອງວັນທີ 10 ມີນາ 2021 ເຈົ້າໜ້າທີ່ຈຶ່ງສາມາດຈັບຕົວ ທ້າວ ກຸ້ງ ມາດໍາເນີນການສືບສວນ-ສອບສວນ. 


ທ້າວ ກຸ້ງ ຮັບສາລະພາບວ່າ: ໃນວັນທີ 26 ກຸມພາ 2021 ໄດ້ເຂົ້າເຮັດວຽກ ຢູ່ຮ້ານສ້ອມແປງລົດຈັັກ, ຊື່ ຮ້ານອາຊ້ຽວ ຂາຍລົດຈັກພ້ອມອາໄຫຼ່, ທໍ່ ແລະ ອຸປະກອນຕ່າງໆ ໃນຕະຫຼອດໄລຍະທີ່ເຮັດວຽກຢູ່ຮ້ານດັ່ງກ່າວ, ເຈົ້າຂອງຮ້ານມັກຮ້າຍ, ມັກດ່າ; 


ໃນທຸກຕອນເຊົ້າ ຜູ້ກ່ຽວມາໄດ້ກິນເຂົ້ານໍາເຈົ້າຂອງຮ້ານ ແຕ່ຖ້າມື້ໃດມາວຽກສວາຍເຈົ້າຂອງຮ້ານຈະບໍ່ໃຫ້ກິນເຂົ້ານໍາ;
ມາຮອດວັນທີ 8 ມີນາ 2021 ເວລາປະມານ 18:00ໂມງ ທ້າວ ລິຊ້ຽວ (ເຈົ້າຂອງຮ້ານ)ໄດ້ປິດຮ້ານແລ້ວໆ ແຕ່ຜູ້ກ່ຽວຍັງບໍກັບເຮືອນ, ເຮັດໃຫ້ເຈົ້າຂອງຮ້ານຮ້າຍດ່າ ຈົນຜູ້ກ່ຽວອົດບໍ່ໄດ້ ຈຶ່ງໄດ້ຕີເຈົ້າຂອງຮ້ານຈົນລົມລົງພື້ນ; ຈາກນັ້ນ, ຜູ້ກ່ຽວໄດ້ເອົາມີດທີ່ກຽມໄວ້ຕິດຕົວມານໍາ ປາດໃສ່ຄໍເຈົ້າຂອງຮ້ານ 1 ບາດ ຈິ່ງແລ່ນໄປເອົາລົດຈັກຂອງຜູ້ກ່ຽວ ທີ່ຈອດປະໄວ້ຢູ່ເຮືອນໝູ່ຢູ່ບ້ານປ່າອ້ອຍ ຫ່າງຈາກຈຸດເກີດເຫດປະມານ 50 ແມັດ ຂັບຂີ່ໄປຫາຫມູ່ຢູ່ບ້ານໄຊຈະເລີນເມືອງຫ້ວຍຊາຍ. ຈົນຮອດວັນທີ 10 ມີນາ ຈິ່ງຖືກເຈົ້າໜ້າທີ່ຈັບຕົວໄດ້.

Ad