Top Ad

header ads

ອອກລ່າສັດ ແລ້ວຫຼົງຍິງຄົນຄິດວ່າເປັນໝູປ່າ


 ໃນວັນທີ 22 ກຸມພາ 2021, ເວລາປະມານ 18:00 ໂມງ ໄດ້ມີຄົນພົບເຫັນ ນາງ ຢືແພ ອາຍຸ 30 ປີ ປະຊາຊົນບ້ານນ້ຳມະ ເມືອງລອງ ແຂວງຫຼວງນ້ຳທາ ເສຍຊີວິດຢູ່ເຂດປ່າ, ເຈົ້າໜ້າທີ່ ໄດ້ຊັນນະສູດຊາກສົບພົບເຫັນຮອຍລູກປືນ ຖືກ ຍ ເຂົ້າຫົວນົມເບື້ອງຊ້າຍ 18 ລູກ ຊອດອອກດ້ານຫຼັງ 1 ລູກ. ຕໍ່ມາຈຶ່ງສາມາດຈັບຕົວຜູ້ກໍ່ເຫດໄດ້ ໂດຍໃຫ້ການວ່າ ຄິດວ່າຜູ້ຕາຍແມ່ນໝູປ່າ, ພາຍຫຼັງຈຶ່ງສໍາເລັດແລ້ວເຂົ້າໄປເບິ່ງ ເປັນຄົນ ດ້ວຍຄວາມຢ້ານກົວຈິ່ງເອົາຕົວຫຼົບໜີ.



ພັຕ ບຸນມີ ສຸທະວົງ ຮອງຫົວໜພະແນກຕຳຫຼວດ ປກສ ເມືອງລອງ ແຂວງຫຼວງນໍ້າທາໃຫ້ຮູ້ວ່າ: ພາຍຫຼັງຊັນນະສູດຊາກສົບລະອຽດແລ້ວ ສາເຫດຂອງການເສຍຊີວິດແມ່ນຖືກ ຍ ດ້ວຍ ປື ນ ແ ກັ ບ. ຈາກນັ້ນ ຈຶ່ງຂຶ້ນບັນຊີເປົ້າໝາຍຫາຜູ້ກໍ່ເຫດ ຈົນຮອດວັນທີ 24 ກຸມພາ ຈຶ່ງສາມາດຈັບ ທ້າວ ມືຕິ ອາຍຸ 32 ປີ ປະຊາຊົນຢູ່ບ້ານດຽວກັນ, ຜູ້ກ່ຽວຮັບສາລະພາບວ່າກ່ອນເກີດເຫດໄດ້ໄປຕັດອ້ອຍຊ່ວຍພີ່ນ້ອງຢູ່ສວນ ຫ່າງຈາກບ້ານ 4 ກິໂລແມັດ. ພໍຮອດເວລາປະມານ 17-18 ໂມງແລງ ໄດ້ອອກໄປ ຍ ສັດຢູ່ປ່າເລົ່າເຂດແຄມສວນອ້ອຍ,ໃນຂະນະຈອບເບິ່ງສັດປ່າຢູ່ນັ້ນໄດ້ຍິນສຽງຄ້າຍຄືໝູປ່າແລ່ນ ແລະ ເຫັນຟຸ່ມໄມ້ຕີງໄປມາ, ຈຶ່ງໄດ້ຍົກປຶນແກັບ ຍ ໃສ່ 1 ບາດ ແລ້ວເຂົ້າໄປເບິ່ງປະກົດວ່າແມ່ນຄົນ ເວລານັ້ນຮູ້ສຶກຢ້ານຈຶ່ງໄດ້ເອົາຕົວຫຼົບໜີກັບມາບ້ານ, ມື້ຕໍ່ມາຈຶ່ງຖືກເຈົ້າໜ້າທີກັກຕົວມາດຳເນີນຄະດີ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ ໄດ້ນໍາຕົວຜູ້ກໍ່ເຫດໄປທຳແຜນປະກອບຄຳຮັບສາລະພາບຢູ່ຈຸດເກີດເຫດ ພ້ອມທັງກຳຂໍ້ມູນຫຼັກຖານປືນແກັບ 1 ກະບອກ ພ້ອມອຸປະກ່ອນອື່ນໆ ມາເກັບມ້ຽນ ພ້ອມທັງດໍາເນີນຄະດີຕາມລະບຽບກົດໝາຍ.



Ad