Top Ad

header ads

ເດັກນ້ອຍຊາຍ ອາຍຸ 9 ປີ ໂຊພະລັງວິເສດວ່າໂຕລາວເອງເປັນມະນຸດແມ່ເຫຼັກຖ້າເລົາໃຈຮ້າຍຊ່ຳໃດໂຕລາວຍັງກໍ່ມີພະລັງເພີ່ມຂຶ້ນ (ມີຄລິບ)



ວັນທີ 11 ກໍລະກົດ 2559 ເວັບໄຊເດລີ່ເມລ ເປີດເຜີຍເລື່ອງລາວທີ່ສຸດອຶ້ງຈາກ ຕຸລະກີ ເມື່ອພໍ່ຂອງເດັກຊາຍ ເມເມັດ ຊຳບູລ ອາຍຸ 9 ປີ ປະຊາຊົນເມືອງອັນຕັນຍາ ໄດ້ຖ່າຍຄຣິບວິໂອໃນຂະນະທີ່ລູກຊາຍກຳລັງສະແດງພະລັງພິເສດ ຈັບບ່ວງ,ສ້ອມ,ໂລຫະຂຶ້ນມາຕິດເທິງໜ້າເອິກ ໜ້າຕົກໃຈຫຼາຍເມື່ອເຫັນໂລຫະພວກນັ້ນໄປຕິດຢູ່ເທິງຜິວໜັງຂອງລາວໂດຍທີ່ບໍ່ໄດ້ຕົກລົງມາເລີຍ, ມັນຄ້າຍຄືກັບວ່າຢູ່ໃນໂຕຂອງລາວມີແມ່ເຫຼັກຕິດຢູ່ໃນຫັນ
ເລື້ອງນີ້ເຮັດໃຫ້ເປັນທີ່ຮື້ຮາກັນໄປໝົດ ແລະນັກຂ່າວພາກັນຍົກຍ້າຍຂະບວນໄປສຳພາດເດັກນ້ອຍຊາຍຢ່າງຫຼວງຫຼາຍ ເຊິ່ງເດັກນ້ອຍຊາຍເມເມັດ ລາວໄດ້ບອກວ່ານອກຈາກໂຕຂອງລາວເອງສາມາດດຶງດູດ ບ່ວງ, ສ້ອມແລ້ວກໍ່ຍັງມີເຫຼັກຕະປູ, ໂທລະສັບມືຖືແລະວັດຖຸອື່ນໆທີ່ເຮັດຈາກເຫຼັກໄດ້
ນອກຈາກນີ້ ລາວຍັງບອກວ່າເມື່ອລາວຮູ້ສຶກໃຈຮ້າຍຫຼາຍໆພະລັງແມ່ເຫຼັກກໍ່ຍິ່ງຈະເພີ່ມທະວີຄວາມແຂງແຮງໄດ້ຫຼາຍຂຶ້ນ ທັງນີ້ທ້າວຮູເຊຍິນ ພໍ່ຂອງເດັກຊາຍເມເມັດ ໄດ້ໃຫ້ສຳພາດວ່າເຄີຍພາລູກຊາຍໄປກວດສຸຂະພາບແລ້ວກໍ່ບໍ່ພົບຫຍັງທີ່ຜິດປົກກະຕິ ຖ້າບໍ່ມີພະລັງແມ່ເຫຼັກລາວກໍ່ຄືກັບດັກນ້ອຍທີ່ທຳມະດາທີ່ມີສຸຂະພາບແຂງແຮງ, ຮຽນເກັ່ງແລະຫຼິ້ນກິລາດີ
ເຖິງຢ່າງໃດກໍ່ຕາມທາງດ້ານວິທະຍາສາດແລະຜູ້ຊ່ຽວຊານຂອງຕຸລະກີ ໄດ້ຄາດວ່າຮ່າງກາຍຂອງ ເມເມັດອາດຈະບໍ່ໄດ້ເປັນສະໜາມແມ່ເຫຼັກຢ່າງທີ່ຄິດໄວ້ ພຽງແຕ່ມີຜິວໜັງທີ່ຜະລິດນ້ຳມັນຫຼາຍເປັນພິເສດແລະມີຄວາມໜຽວຈົນສາມາດດຶງດູດສິ່ງຂອງທີ່ຕິດເອົາໄວ້ໄດ້ໂດຍທີ່ບໍ່ຕົກເຮ່ຍລົງມາ  



ຂໍຂອບໃຈຂໍ້ມູນຈາກ: kapook.com
Ad