Top Ad

header ads

ຜົນການອຸ່ນເຄື່ອງ ນັດທີ 2 ຂອງທີມຊາດລາວ

 ຜົນການແຂ່ງຂັນນັດ ອຸ່ນເຄື່ອງນັດທີ 2 ຂອງທີມຊາດ ລາວຊຸດໃຫຍ່ ທີ່ປະເທດກາຕ້າ ກັບທີມ AL ARAYYAN ທີມແຊ້ມລີກສູງສຸດ ຂອງປະເທດກາຕ້າ ຂອງມື້ຄືນນີ້ ວັນທີ 27/08/2016 ຈົບລົງ ໂດຍທີມຊາດລາວ ພາດທ່າໃຫ້ທີມເຈົ້າຖິ່ນ 0-1 ຈາກຈັງວະການເສຍຈຸດໂທດ ທີ່ບານຖືກມືກອງຫຼັງທີມຊາດລາວ ໃນກອບເຂດໂທດໃນນາທີ ທີ 57. ຫຼັງຈົບເກມ ທ່ານ ປອ ເວີນສະຫວັນ ສີວິໄຊ ຮອງຄູຝຶກ ໄດ້ໃຫ້ສຳພາດກັບທີມງານ laosportnews ວ່າ: “ໂດຍພື້ນຖານ ສະໂມສອນ AL ARAYYAN ມີຄວາມແຂ່ງແກ່ນດີຄືກັບທີມ ຊາອຸດິອາຣາເບຍ, ແຕ່ມື້ນີ້ ອ້າຍນ້ອງນັກກິລາ ທຸກຄົນ ປັບໂຕເຂົ້າກັບ ສະພາບແວດລ້ອມໄດ້ ແລະ ຫຼິ້ນຕາມເກມທີ່ວາງໄວ້ ສິ່ງສຳຄັນຄືສູ້ດ້ວຍໃຈ ເກີນຮ້ອຍ ອັນເປັນສິ່ງທີ່ປະທັບໃຈ ແລະ ຍົກຍ້ອງພວກເຂົາ ຂໍຊົມເຊີຍ ນັກກິລາທຸກຄົນ ຖ້າສືບຕໍ່ແລະ ເພິ່ມ ປະສິດທິພາບ ແລະ ພັດທະນາ ແກ້ໄຂ ຂໍ້ຄົງຄ້າງ ຄິດວ່າ ພວກເຮົາສາມາເດີນໜ້າໄປໄກໄດ້”. ຫຼັງຈາກນີ້ ທີມຊາດລາວຈະເດີນທາງກັບ ມາລາວ ເພື່ອກຽມຕົວແຂ່ງຂັນ ໃນລາຍການ Asian Cup ຮອບຄັດເລືອກກັບມາລດິບ ແລະ AFF SUZUKI Cup ຮອບຄັດເລືອກ ທີ່ປະເທດກຳປູເຈຍ.

ທີ່ມາຂອງຂ່າວ http://laosportnews.com/index.php/news/article/609
Ad