Top Ad

header ads

ສິງກະໂປພົບຜູ້ຕິດເຊື້ອໄວຣັສຊິກ້າແລ້ວ 41 ຄົນ



ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນທີ 29 ສິງຫາວ່າ ກະຊວງສາທາລະນະສຸກຂອງສິງກະໂປ ແລະສຳນັກງານສິ່ງແວດລ້ອມແຫ່ງຊາດອອກຖະແຫຼງການຮ່ວມກັນເມື່ອວັນອາທິດ ເລື່ອງການພົບຜູ້ຕິດເຊື້ອໄວຣັສຊິກ້າໃນປະເທດຢ່າງໜ້ອຍ 41 ຄົນ ແຕ່ໃນຈຳນວນດັ່ງກ່າວຍັງເຫຼືອພຽງ 7 ຄົນເທົ່ານັ້ນຍັງຄົງຕ້ອງພັກຮັກສາໂຕໃນໂຮງໝໍ ສ່ວນທີ່ເຫຼືອເຊົາເປັນປົກກະຕິ ແລະໄດ້ຮັບອະນຸຍາດຈາກແພດໃຫ້ອອກຈາກໂຮງໝໍໄດ້ແລ້ວ
ທັງນີ້ຜູ້ປ່ວຍທັງໝົດອາໃສຫຼືເຮັດວຽກຢູ່ໃນເຂດອຸດສາຫະກຳຊານເມືອງ ແລະບໍ່ມີປະຫວັດເດີນທາງຢ້ຽມຢາມປະເທດທີ່ເປັນແຫຼ່ງແພ່ລະບາດຂອງເຊື້ອໄວຣັສຊະນິດນີ້ ທີ່ມີຍຸງລາຍເປັນພາຫະ ໝາຍຄວາມວ່າການໄດ້ຮັບເຊື້ອເກີດຂື້ນພາຍໃນສິງກະໂປ ນອກຈາກນີ້ລັດຖະບານຍັງບໍ່ສາມາດຕັດປະເດັນການຕິດຕໍ່ພາຍໃນຊຸມຊົນລະຫວ່າງຜູ້ທີ່ຢູ່ອາໃສຫຼືເຮັດວຽກໃນສ່ວນອື່ນຂອງປະເທດໄດ້ ແລະຄາດການວ່າອາດພົບຜູ້ປ່ວຍເພີ້ມອີກໃນອະນາຄົດ
ຢ່າງໃດກໍ່ຕາມ ໃນເບື້ອງຕົນກະຊວງສາທາລະນະສຸກຮ່ວມກັບສຳນັກງານສິ່ງແວດລ້ອມ ໄດ້ສົ່ງເຈົ້າໜ້າທີ່ເລາະສີດພົ່ນຢາຂ້າຍຸງ ແລະທຳລາຍແຫຼ່ງນ້ຳຂັງທີ່ອາດເປັນຈຸດເພາະພັນຍຸງລາຍ ໃນເຂດຊຸມຊົນຫຼາຍແຫ່ງ ແລະອາດສົ່ງອາສາສະໝັກລົງພື້ນທີ່ ແຈກເອກກະສານເພື່ອເຜີຍແຜ່ຄວາມຮູ້ໃຫ້ປະຊາຊົນເກີດການໃສ່ໃຈເຖິງເຊື້ອໄວຣັສຊິກ້າແລ້ວ
ຖະແຫຼງການຂອງທາງການສິງກະໂປສະບັບນີ້ ໄດ້ຮັບການເຜີຍແຜ່ອອກມາພຽງ 1 ວັນຫຼັງມີລາຍງານພົບຜູ້ຕິດເຊື້ອໄວຣັສຊິກ້າຄົນທຳອິດທີ່ເປັນການໄດ້ຮັບເຊື້ອໃນປະເທດ ເປັນຍິງຊາວມາເລເຊຍອາຍຸ 47 ປີ ເຊິ່ງອາໃສຢູ່ໃນພື້ນທີ່ທາງຕາເວັນອອກສຽງໃຕ້ຂອງປະເທດ

ແຫຼ່ງຂ່າວ: ເດລິນິວ
Ad