Top Ad

header ads

ທີມຊາດລາວ U-13 ສ້າງຜົນ­ງານໂດດເດັ່ນ


ທີມຊາດລາວ U-13 ລົງແຂ່ງ­ຂັນນັດຊີງຊະ­ນະເລີດ ໃນວັນພຸດ 3 ສິງ­ຫາ 2016 ສາ­ມາດເອົາຊະ­ນະທີມ Jeongsa Academy (Malaysia) ຈາກມາເລເຊຍ 3-0 ພ້ອມທັງຄອງຊະນະເລີດລາຍ­ການແຂ່ງ­ຂັນ­ເຕະບານເພື່ອມິດ­ຕະ­ພາບ ລະ­ຫວ່າງເຍົາ­ວະຊົນອາຊຽນ-ຈີນ ຫຼື 2016 soong ching ling cup china-asean youth football friendly match ໃນລະ­ຫວ່າງວັນທີ 28 ກໍ­ລະ­ກົດ ຫາ 4 ສິງ­ຫາ 2016 ທີ່ນະ­ຄອນ­ຫຼວງປັກກິ່ງ ສປ ຈີນ.
ສຳ­ລັບການແຂ່ງ­ຂັນດັ່ງ­ກ່າວມີ 10 ທີມເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ປະ­ກອບມີ SHENZEN (ສປ ຈີນ) Yanbian (ສປ ຈີນ) ມາເລເຊຍ ຫວຽດ­ນາມ ແລະ ມຽນມາ ກຸ່ມ B ປະ­ກອບມີ ປັກກິ່ງ (ສປ ຈີນ) ອິນໂດເນເຊຍ ລາວ ກຳ­ປູ­ເຈຍ ແລະ ໄທ.
ຜ່ານການແຂ່ງ­ຂັນຜົນປາ­ກົດວ່າ: ທີມຊາດລາວ U-13 ໃນຮອບແບ່ງກຸ່ມ ລົງແຂ່ງ­ຂັນ 4 ນັດ ຊະ­ນະ 3 ສະ­ເໝີ 1 ມີ 10 ຄະ­ແນນ ເຊິ່ງນັດທຳອິດ ໃນວັນທີ 31 ກໍ­ລະ­ກົດ 2016 ຊະ­ນະ ອິນໂດເນເຊຍ 3-0 ນັດທີສອງ ສະເໝີປັກກິ່ງ 1-1 ນັດທີສາມ ວັນທີ 1 ສິງ­ຫາ 2016 ຊະ­ນະ ກຳ­ປູ­ເຈຍ 7-0 ແລະ ນັດທີສີ່ ວັນທີ 2 ສິງ­ຫາ 2016 ຊະ­ນະ ໄທ 8-0 ສຳ­ລັບຮອບຊີງຊະນະເລີດ ໃນວັນທີ 3 ສິງ­ຫາ 2016 ກໍສາ­ມາດເອົາຊະ­ນະ Jeongsa Academy (Malaysia) 3-0 ພ້ອມທັງຄວ້າແຊັມມາຄອງ.
ສະ­ຫຼຸບອັນດັບຊະ­ນະເລີດ ທີມຊາດລາວ U-13 ຮອງຊະ­ນະເລີດ Jeongsa Football Academy (Malaysia) ອັນດັບສາມ Yanbian (China) ນັກ­ກີ­ລາດີ­ເດັ່ນປະ­ຈຳລາຍການ ທ້າວ ສີສຸພົນ ອັກຄະວົງ ນັກ­ກີ­ລາທີ່ຍິງປະ­ຕູຫຼາຍທີ່ສຸດ 7 ປະ­ຕູ ຜູ້ຮັກ­ສາປະ­ຕູດີເດັ່ນ ທ້າວ ບຸດເທ­ວາ ຄຳດີ ເສຍ 1 ປະ­ຕູ ຈາກ ສປປ ລາວ ສ່ວນທີມຊາດກຳ­ປູ­ເຈຍ ໄດ້ຮັບລາ­ງວັນທີມມາລະຍາດດີ­ເດັ່ນ.
Ad