Top Ad

header ads

ແຂວງຫລວງພະບາງໄດ້ຮັບຜົນກະທົບຈາກທຳມະຊາດມູນຄ່າ 65 ຕື້ກ່ວາກີບ

ຂປລ. ໃນເດືອນສີງຫາຜ່ານມານີ້ໄດ້ເກີດມີສະພາບຝົນຕົກໜັກຢູ່ຫຼາຍທ້ອງຖີ່ນ ອັນໄດ້ເກີດມີນ້ຳປ່າໄຫຼນອງ ແລະ ໄຫຼສຸ, ລວມທັງດີນເຈື່ອນ, ສ້າງຄວາມເສຍຫາຍ ຢ່າງຫຼວງຫຼາຍ ທັງກະທົບເຖີງຊີວິດ ແລະ ສີບສີນຂອງປະຊາຊົນຢູ່ຫຼາຍທ້ອງຖີ່ນ. ສະເພາະຢູ່ແຂວງຫຼວງພະບາງ ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ທັງເປັນກອງເລຂາປ້ອງກັນ ແລະ ຄວບຄຸມໄພິບັດຂັ້ນແຂວງ ໄດ້ໃຫ້ສຳພາດວ່າ: ໃນເດືອນສີງຫາຜ່ານມາ ແຂວງຫຼວງພະບາງໄດ້ປະສົບໄພທຳມະຊາດໃນ 12 ຕົວເມືອງ ມູນຄ່າການເສຍຫາຍທີ່ໄດ້ເກັບກຳຂໍ້ມູນໃນເບື້ອງຕົນມີເຖີງ 65 ຕື້ 103 ລ້ານກ່ວາກີບ.


 ໂດຍຜົນເສຍຫາຍໄດ້ສົ່ງຜົນກະທົບໃຫ້ແກ່ປະຊົນຊົນໃນ 155 ບ້ານ, 3.973 ຄອບຄົວ, ມີຜູ້ເສຍຊີວິດ 4 ຄົນ, ຍີງ 1 ຄົນ (ຢູ່ເມືອງວຽງຄຳ, ເມືອງໂພນໄຊ ແລະ ເມືອງຊຽງເງີນ), ເຮືອນຖືກນໍ້າຖ້ວມ592 ຫຼັງ, ເປ່ເພເສຍຫາຍ 93 ຫຼັງ, ແລະ ຖືກນໍ້າພັດໄຫຼ 44 ຫຼັງ, ເສັ້ນທາງຫຼວງແຫ່ຊາດຖືກຕັດຂາດບາງໄລຍະ 11 ຈຸດ, ເສັ້ນທາງຫຼວງທ້ອງຖີ່ນ 57 ຈຸດ, ຂົວເປ່ເພ 16 ແຫ່ງ, ໃນນັ້ນ ມີຂົວອູ່ 10 ແຫ່ງຖືກນ້ຳພັດໄຫຼ, ໂຮງຮຽນເສຍຫາຍ 5 ແຫ່ງ, ສຸກສາລາ 2ແຫ່ງ, ສະໂມສອນບ້ານ 1 ຫຼັງ, ຫົວງານຂອງລະບົບຊົນລະປະທານເປ່ເພ 27 ແຫ່ງ, ຄອງເໝືອງເປ່ເພ 41 ແຫ່ງ ມີຄວາມຍາວ 733 ແມັດ, ລະບົບໄຟຟ້າຖືກຕັດຂາດ 3 ເມືອງຄື: ເມືອງໂພນໄຊ, ເມືອງວຽງຄຳ ແລະ ເມືອງໂພນທອງ, ເສົາໄຟລົ້ມ 134 ຕົ້ນ, ໃນນັ້ນ ມີເສົາໄຟຟ້າແຮງກາງ 84 ຕົ້ນ, ໝໍ້ນັບໄຟເສຍຫາຍ 224 ໜ່ວຍ, ເນື້ອທີ່ນາເສຍຫາຍ 1.158 ເຮັກຕ່າ, ໄຮ່ເກືອບ 11 ເຮັກຕ່າ, ສວນ 283 ເຮັກຕ່າ, ສວນໄມ້ໃຫ້ໝາກ 96,5 ເຮັກຕ່າ, ໂຮງງານຫຼາຍແຫ່ງຖືກເສຍຫາຍ, ລະບົບນ້ຳລີນເປ່ເພ 12 ແຫ່ງ, ໜອງປາເສຍຫາຍ 49 ໜອງ, ສັດລ້ຽງຖືກນ້ຳພັດໄຫຼປະກອບມີ: ງົວ 7 ໂຕ, ຄວາຍ 13 ໂຕ, ໝູ 42 ໂຕ, ແບ້ 5 ໂຕ ແລະ ສັດປີ 744 ໂຕ. ຕໍ່ກັບສະພາບການດັ່ງກ່າວ ຄະນະປ້ອງກັນ ແລະ ຄວບຄຸມໄພິບັດຂັ້ນແຂວງ ໄດ້ລົງຕິດຕາມ ແລະ ກວດກາສະພາບຕົວຈີງຢູ່ພື້ນທີ່ ທັງໄດ້ມີການມອບເງີນ ແລະ ວັດຖຸ ໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ, ຈາກນັ້ນກໍ່ໄດ້ມີການປຸກລະດົມທືນຈາກຫຼາຍພາກສ່ວນ ມາຮອດປະຈຸບັນມູນຄ່າການລະດົມທືນທີ່ໄດ້ມາປະມານ 800 ລ້ານກ່ວາກີບ ເຊີ່ງຍັງບໍ່ທັນມີຄວາມພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງການຊ່ວຍເຫຼືອຕົວຈີງ. ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດີນໃນປີນີ້ ກອງເລຂາປ້ອງກັນ ແລະ ຄວບຄຸມໄພິບັດຂັ້ນແຂວງ ໄດ້ຈັດການປຸກລະດົມທືນເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເຊີ່ງໂດຍລວມກໍ່ເຫັນວ່າ: ສາມາດປຸກລະດົມໄດ້ຫຼາຍສົມຄວນ, ຫຼາຍຊັ້ນຄົນກໍ່ໃຫ້ຄວາມສົນໃຈປະກອບສ່ວນຢ່າງຫຼວງຫຼາຍ. ສຽງ
ສຳລັບບັນດາທ່ານ ທີ່ມີຈຸດປະສົງຢາກປະກອບສ່ວນໃນການຊ່ວຍເຫຼືອແກ່ຜູ້ປະສົບໄພ ສາມາດມອບວັດຖຸປັດໄຈໄດ້ນຳກອງເລຂາປ້ອງກັນ ແລະ ຄວບຄຸມໄພິບັດຂັ້ນແຂວງ, ຫຼື ຈະມອບໃຫ້ບັນດາເມືອງຕາມຈຸດປະສົງຂອງທຸກທ່ານ. ທັງນີ້ ກໍ່ເພື່ອເປັນການຊ່ວຍເຫຼືອສັງຄົມ ແລະ ເພື່ອມະນຸດດ້ວຍກັນ.
ໂດຍ: ອາພຸດເດດ ບຸບຜາ
Ad