Top Ad

header ads

ໝໍດູທຳນາຍຈະເກີດສົງຄາມໂລກຄັ້ງທີ 3 ໃນລະຫວ່າງວັນທີ 13 ພຶດສະພາ – 13 ຕຸລາ 2017 ນີ້

ເມື່ອວັນທີ 19 ເມສາ 2017 ເວັບໄຊຂ່າວເດລີມິເທີຂອງອັງກິດລາຍງານວ່າ ທ້າວ ໂຮເຣຊິໂອ້ ວິລເລກາສ ໝໍດູຊາຍາ ຜູ້ສົ່ງສານແຫ່ງພຣະເຈົ້າ ເຊິ່ງອ້າງວ່າສາມາດທຳນາຍເລື່ອງທີ່ປະທານາທິບໍດີ ໂດນັລ ທຣັມ ແຫ່ງສະຫະລັດສັ່ງໂຈມຕີຖານທັບອາກາດຊີລີໄດ້ຢ່າງແໝ້ນຢຳ ໄດ້ທຳນາຍວ່າຈະເກີດສົງຄາມນິວເຄຣຍ ໃນວັນຄົບຮອບ 100 ປີ ການມາເຢືອນຂອງແມ່ພຣະຟາຕິມາ ເຊິ່ງກົງກັບວັນທີ 13 ພຶດສະພາ ໂດຍເຂົາເຄີຍທຳນາຍວ່າ ທ່ານ ໂດນັລ ທຣັມ ຈະຊະນະການເລືອກຕັ້ງສະຫະລັດຕັ້ງແຕ່ປີ 2015 ແລະ ທຳນາຍວ່າມະຫາເສດຖີຊາວນິວຢອກຄົນນີ້ຈະເປັນຜູ້ຈູດຊະນວນສົງຄາມໂລກຄັ້ງທີ 3 ພ້ອມເຄີຍເຕືອນວ່າຜູ້ນຳສະຫະລັດຄົນນີ້ຈະໂຈມຕີຊີລີ ເຊິ່ງກໍ່ໄດ້ເກີດຂຶ້ນແລ້ວໃນຕົ້ນເດືອນເມສາທີ່ຜ່ານມາ ແລະ ເຫດການດັ່ງກ່າວຈະຈູດຊະນວນຄວາມຂັດແຍ້ງລະດັບໂລກ ເຊິ່ງຈະມີຣັດເຊຍ, ເກົາຫຼີເໜືອ ແລະ ຈີນ ຮ່ວມວົງ ແລະ ສົງຄາມໂລກຄັ້ງທີ 3 ຈະຢຸດຕິລົງໃນວັນທີ 13 ຕຸລາ 2017 ເຊິ່ງເປັນການມາເຢືອນຄັ້ງສຸດທ້າຍຂອງແມ່ພຣະຟາຕິມາ
ວິລເລກາສ ເຊິ່ງນັບຖືສາສະໜາຄຣິສນິກາຍໂຣມັນຄາທໍລິດ ກ່າວກັບເວັບໄຊ ເລດີ ສຕາຣ໌ ວ່າ ຂໍ້ຄວາມສຳຄັນທີ່ປະຊາຊົນຈຳເປັນຕ້ອງຮູ້ເພື່ອກຽມຄວາມພ້ອມຄືຈະເກີດສົງຄາມທີ່ສ້າງຄວາມເສຍຫາຍ ແລະ ສູນເສຍ ລະຫວ່າງວັນທີ 13 ພຶດສະພາ – 13 ຕຸລາ 2017 ນີ້ ແຕ່ເຕືອນວ່າອາດເກີດເຫດການຈັດສາກຂຶ້ນລະຫວ່າງວັນທີ 13 ເມສາ – 13 ພຶດສະພາ ເຊິ່ງຈະເປັນເຫດໂຈມຕີໃນຈຸດຕ່າງໆທີ່ເກີດຈາກຂໍ້ມູນຜິດພາດ ຮວມເຖິງໃນຊີລີ ແລະ ເກົາຫຼີເໜືອ
Ad