Top Ad

header ads

ແບບນີ້ກະມີຫວະ!!! ຂໍທານຢູ່ຈີນ ໃຊ້ QR Code ໃຫ້ຄົນໃຈບຸນໂອນເງິນເຂົ້າບັນຊີ



ເມື່ອບໍ່ດົນຜ່ານມານີ້ ມີຊາວເນັດໄດ້ໂພສຂໍ້ຄວາມ ແລະ ພາບກ່ຽວກັບຂໍທານຄົນໜຶ່ງທີ່ຢູ່ໃກ້ກັບສຣະຫວັງຝູ່ ໃນເມືອງຈີ້ໜານ ໂດຍກ່າວວ່າ ຂໍທານຄົນນີ້ ຖືກະຕ່າໜ່ວຍໜຶ່ງທີ່ມີຄິວອາໂຄດແປະຢູ່ ເຮັດໃຫ້ຕົນຮູ້ສຶກຕົກໃຈ ວ່າຂໍທານສະໄໝນີ້ ຮູ້ຈັກໃຊ້ເທັກໂນໂລຢີເຖິງຂັ້ນນີ້ ຮູ້ວ່າສາມາດຈ່າຍເງິນຜ່ານການສະແກນຄິວອາໂຄດໃນວີແຊດໄດ້.
ຈາກການສອບຖາມປະຊາຊົນທີ່ຢູ່ບໍລິເວນໃກ້ຄຽງເລົ່າໃຫ້ຟັງວ່າ ເນື່ອງຈາກແຖວນີ້ມີແຫຼ່ງທ່ອງທ່ຽວຫຼາຍ ຜູ້ຄົນທຽວເຂົ້າອອກຕະຫຼອດເວລາ ເຮັດໃຫ້ປັດຈຸບັນຂໍທານຢູ່ບໍລິເວນນີ້ ລ້ວນແຕ່ໃຊ້ຄິວອາໂຄດກັນທັງນັ້ນ ເພາະຫາກບໍ່ມີເສດເງິນ ຫຼື ເງິນນ້ອຍ ກໍ່ສາມາດໂອນເງິນຜ່ານອອນລາຍໄດ້ໂດຍກົງ ແຖມມີຂໍທານບາງຄົນທີ່ມີເຄື່ອງ POS  (ລະບົບຂາຍ ຫຼື ເຄື່ອງຊຳລະເງິນແບບດຽວກັບແຄັດເຊຍ) ມາຂໍທານນຳ ສົມເປັນຂໍທານຍຸກດິຈິຕອນອິຫຼີ.

ແຫຼ່ງຂ່າວ: ມ່ວນ
Ad