Top Ad

header ads

ຈະມີຝົນຕົກ ຢູ່ບາງທ້ອງຖິ່ນໃນທົ່ວທຸກພາກຂອງປະເທດລາວໃນລະຫວ່າງວັນທີ 26-27 ກຸມພານີ້


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກບົດລາຍງານສະພາບອາກາດໄລຍະຄາດຄະເນ ເລກທີ 0276/ ກອຕທ ລົງວັນທີ 25 ກຸມພາ 2019.  ໃນໄລຍະວັນທີ 25 – 27 ກຸມພາ 2019 ຄວາມກົດດັນສູງຂອງອາກາດໜາວເຢັນທີ່ມີກຳລັງອ່ອນ ຈະປົກຄຸມຢູ່ທົ່ວຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພັດປົກຄຸມພາກເໜຶອ ແລະ ຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້, ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກພ້ອມມີລົມພັດແຮງເປັນບາງໂອກາດ. ຈາກນັ້ນວັນທີ 28 ກຸມພາ – 3 ມີນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວ, ພ້ອມມີກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂື້ນໃນໄລຍະຕອນບ່າຍຢູ່ໃນແຕ່ລະພາກ, ສຳລັບແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຍັງຈະເຢັນ ຫາ ໜາວເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ.
ພາກເໜຶອດ້ານຕາເວັນອອກ: ໃນໄລຍະວັນທີ 25 – 27 ກຸມພາ 2019 ອາກາດຍັງຈະໜາວເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ, ຈາກນັ້ນວັນທີ 28 ກຸມພາ – 3​ ມີນາ 2019 ອຸນຫະພູມອາກາດຍັງສືບຕໍ່ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມຕໍ່າສຸດ 12-14 ອົງສາ ແລະ ສູງສູດ 29-31 ອົງສາ.
ພາກເໜຶອດ້ານຕາເວັນຕົກ: ໃນໄລຍະວັນທີ 25-27 ກຸມພາ 2019 ອາກາດຈະເຢັນ ຫາ ໜາວເຢັນ, ພ້ອມຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງຫຼວງພະບາງ ແລະ ໄຊຍະບູລີ ຈາກນັ້ນ ວັນທີ 28 ກຸມພາ – 3 ມີນາ 2019 ອາກາດຈະຮ້ອນຂື້ນໃນຕອນບ່າຍ ແລ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 15-17 ອົງສາ ແລະ ສູງສຸດຢູ່ທີ 33-35 ອົງສາ
ພາກກາງ: ໃນໄລຍະວັນທີ 25-28 ກຸມພາ 2019, ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ ວັນທີ 28 ກຸມພາ – 3 ມີນາ 2019 ອາກາດຈະຮ້ອນຂື້ນໃນໄລຍະຕອນບ່າຍ, ອຸນຫະພູມຕໍ່າສຸດ 20-22​ອົງສາ ແລະ ສູງສຸດ 34-36 ອົງສາ.
ພາກໃຕ້: ໃນໄລຍະວັນທີ 25-26 ກຸມພາ 2019 ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼືອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງສາລະວັນ ແລະ ຈຳປາສັກ ພ້ອມມີລົມພັດແຮງເປັນບາງໂອກາດ. ຈາກນັ້ນ ວັນທີ 27 ກຸມພາ – 3 ມີນາ 2019 ອາກາດຈະຮ້ອນຂື້ນໃນຕອນບ່າຍ. ອຸນຫະພູມຕໍາສຸດ 23-25 ອົງສາ ແລະ ສູງສຸດ 35-37ອົງສາ.


Ad