Top Ad

header ads

ຈຳຄຸກ 17 ປີ ອະດີດປະທານາທິບໍດີເກົາຫຼີໃຕ້ສໍ້ລາດບັງຫລວງ


ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 19 ກຸມພາ 2020 ວ່າ ທ່ານລີ ມາຍ໊ອງ-ບັກ ຊື່ງດຳລົງຕຳແຫນ່ງປະທານາທິບໍດີຂອງເກົາຫຼີໃຕ້ລະຫວ່າງເດືອນ ກຸມພາ 2007 – ກຸມພາ 2012 ຖືກກັກຂັງໄລຍະສັ້ນໆໃນປີ 2018 ຫລັງຈາກສານຊັ້ນຕົ້ນຕັດສິນໃນເດືອນຕຸລາປີດຽວກັນ ໃຫ້ລົງໂທດຈຳຄຸກ 15 ປີ ປັບໃຫມ 13,000 ລ້ານວອນ ແລະຢຶດຊັບຈຳນວນ 5,780 ລ້ານວອນ ແຕ່ທ່ານລີຈຳເລີຍໄດ້ຮັບອະນຸຍາດໃຫ້ປ່ອຍໂຕຊົ່ວຄາວ ເມື່ອເດືອນມີນາປີຜ່ານມາ ດ້ວຍວົງເງີນປະກັນ 1,000 ລ້ານວອນ ເພື່ອສູ້ຄະດີໃນຊັ້ນສານອຸທອນ

ທ່ານລີ ຖືກຍື່ນຟ້ອງຕາມຂໍ້ກ່າວຫາ ຕັ້ງກອງທືນເພື່ອຕິດສິນບົນເຈົ້າຫນ້າທີ່ລັດຫລາຍສິບລ້ານດອລລາ ແລະຮັບສິນບົນຈາກບໍລິສັດຊຳຊຸງ ອີເລັກທຣິກ ເພື່ອແລກກັບການໃຊ້ອຳນາດປະທານາທິບໍດີ ອອກຄຳສັ່ງອະໄພຍະໂທດທ່ານລີ ຄຸນ-ຮີ ປະທານບໍລິສັດຊຳຊຸງທີ່ຖືກຈຳຄຸກຖານຫຼີກລ່ຽງພາສີ

ການຕັດສິນຄະດີເມື່ອວັນພຸດຜູ້ພິພາກສາສານອຸທອນນະຄອນໂຊລຕັດສິນເພີ່ມໂທດຈຳຄຸກທ່ານລີ ເປັນ 17 ປີ ໂດຍລະບຸວ່າ ຈຳເລີຍບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມສຳນຶກຜິດ ຫລືສະແດງຄວາມຮັບຜິດຊອບ ຕໍ່ຄວາມຜິດທີ່ກະທຳລົງໄປ. ປະທານາທິບໍດີເກົາຫຼີໃຕ້ຫລາຍຄົນ ລົງເອີຍດ້ວຍການຕິດຄຸກຫລັງພົ້ນຈາກຕຳແຫນ່ງ ສ່ວນໃຫ່ຍເປັນຜົນຈາກການສືບສວນດຳເນີນຄະດີ ໂດຍຜູ້ນຳຄົນຕໍ່ມາທີ່ເປັນຝ່າຍກົງກັນຂ້າມທາງການເມືອງ ອະດີດປະທານາທິບໍດີປາຣຄ ກຶມ-ເຮ ຜູ້ນຳຍິງເກົາຫຼີໃຕ້ຄົນຕໍ່ຈາກລີ ມາຍ໊ອງ-ບັກ ປະຈຸບັນກຳລັງຮັບໂທດຈຳຄຸກ 32 ປີ ຕາມຄຳພິພາກສາຂອງສານຈາກຄວາມຜິດສໍລາດບັງຫລວງ ຮັບສິນບົນ ແລະໃຊ້ອຳນາດຫນ້າທີ່ໂດຍບໍ່ຊອບທຳຫລັງທ່ານພົ້ນຈາກຕຳແຫນ່ງໃນປີ 2018 ຈາກຂະດີສໍ້ລາດບັງຫລວງ ທີ່ເຮັດໃຫ້ເກີດການເດີນຂະບວນປະທ້ວງຂັບໄລ່ຄັ້ງໃຫ່ຍ

Ad