Top Ad

header ads

ເຕືອນ! ຈະເກີດມີຝົນຕົກຟ້າຮ້ອງ, ໝາກເຫັບຕົກ, ຟ້າຜ່າ ແລະ ມີລົມພັດແຮງ ຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 1 ຫາ 4 ເມສາ 2020


ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນ ໃນໄລຍະວັນທີ 1 ຫາ 4 ເມສາ 2020 ຈະເກີດມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ໝາກເຫັບຕົກ, ຟ້າຜ່າ ແລະ ມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ຍ້ອນຄວາມກົດດັນສູງຂອງອາກາດເຢັນຈະແຜ່ລົງມາປົກຄຸມ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງພັດປົກຄຸມ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບອາກາດທີ່ຈະເກີດຂື້ນໃນຕໍ່ໜ້າ, ໃຫ້ຫຼີກລ່ຽງຢູ່ບ່ອນເປີດແປນ, ຕົ້ນໄມ້ໃຫຍ່ ແລະ ອາຄານທີ່ປຸກສ້າງບໍ່ທັນສຳເລັດ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.



Ad