Top Ad

header ads

ນັບວ່າເປັນຂ່າວດີ, ສາທາປະກາດມື້ນີ້ ຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ລາວ ບໍ່ໄດ້ເພີ່ມຂຶ້ນ



ຂປລ. ນັບວ່າເປັນຂ່າວດີ, ກະຊວງສາທາລະນະສຸກ ປະກາດໃນຕອນບ່າຍມື້ນີ້ເວລາ 14:40 ໂມງ ນີ້ວ່າ: ຈຳນວນຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 27 ມີນາ 2020 ແມ່ນບໍ່ໄດ້ເພີ່ມຂຶ້ນ (ຍັງມີພຽງແຕ່ 6 ກໍລະນີ), ພາຍຫລັງຜົນການກວດວິເຄາະຫາເຊື້ອຈຳນວນ 37 ຕົວຢ່າງໃນມື້ວານນີ້ອອກມາເປັນຜົນລົບທັງໝົດ. 
ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາມາລະນະສຸກ ປະກາດໃນພິທີຖະແຫລງຂ່າວໃນຕອນບ່າຍມື້ນີ້ວ່າ: ນັບຕັ້ງແຕ່ມື້ເລີ່ມຕົ້ນມາຮອດປັດຈຸບັນນີ້ ສປປ ລາວ ໄດ້ນຳຕົວຢ່າງກໍລະນີສົງໄສທີ່ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ໄປກວດທັງໝົດໄດ້ແລ້ວ 218 ກໍລະນີ (ເປັນຕົວເລກສະສົມ), ໃນນັ້ນມີພຽງແຕ່ 6 ກໍລະນີ ທີ່ກວດພົບເຊື້ອພະຍາດໂຄວິດ-19.
ຫົກກໍລະນີທີ່ຕິດເຊື້ອຄື: 1. ເພດຍິງ ອາຍຸ 36 ປີ ຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ເປັນພະນັກງານນຳທ່ຽວ, 2. ເພດຊາຍ ອາຍຸ 28 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, 3. ເພດຊາຍ ອາຍຸ 26 ປີ ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ, 4. ເພດຊາຍ ອາຍຸ 42 ປີ ຢູ່ບ້ານປ່ອງຄຳ ນະຄອນຫລວງພະບາງ ແຂວງຫລວງພະບາງ, 5. ເພດຊາຍ ອາຍຸ 52 ປີ ຢູ່ບ້ານວິຊຸນ ນະຄອນຫລວງພະບາງ ແຂວງຫລວງພະບາງ ແລະ 6. ເພດຊາຍ ອາຍຸ 41 ປີ ຢູ່ບ້ານຫ້ວຍຫ້ອມ (ຂໍ້ມູນອັບເດດໃໝ່) ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.


ຂ່າວ: ສິງຄຳ ແຍງຕາວັນ
Ad