Top Ad

header ads

ຂ່າວດີ! ໄທກຽມຮັບເອົາແຮງງານຈາກລາວ, ກຳປູເຈຍ, ແລະ ມຽນມາກັບເຂົ້າປະເທດ

 

ໃນອາທິດທີ່ຜ່ານມາມີຄົນອົບພະຍົບຫຼາຍຮ້ອຍຄົນຖືກຈັບໃນຂໍ້ຫາພະຍາຍາມຂ້າມເຂົ້າໄປໃນປະເທດຢ່າງຜິດກົດໝາຍ  ປະເທດໄທຈະອະນຸຍາດໃຫ້ແຮງງານເຄື່ອນຍ້າຍຈາກສາມປະເທດເຂົ້າມາໃນອານາຈັກ ແລະ ເຮັດວຽກພາຍໃຕ້ລະບຽບການຄວບຄຸມພະຍາດຢ່າງເຂັ້ມງວດ ຜູ້ທີ່ໄດ້ຮັບອະນຸຍາດເດີນທາງເຂົ້າໄທແມ່ນຕ້ອງໄດ້ກັກກັນຕົວເອງເປັນເວລາ 14 ວັນ, ມີໃບຢັ້ງຢືນສຸຂະພາບ ແລະ ຂັ້ນຕອນການຕິດຕາມອື່ນໆ.



ອີງຕາມການປະກາດຫຼ້າສຸດຂອງ CAAT ໃນວັນທີ 23 ກໍລະກົດທີ່ຜ່ານມາ ລັດຖະບານຂອງປະເທດໄທໄດ້ອອກອະນຸຍາດໃຫ້ຄົນ 4 ປະເພດທີ່ສາມາດເດີນທາງເຂົ້າປະເທດໄດ້ຄື: 1) ຄົນຕ່າງປະເທດທີ່ເຂົ້າຮ່ວມງານວາງສະແດງສິນຄ້າຢູ່ປະເທດໄທ, 2) ນັກສາຍຮູບເງົາຕ່າງປະເທດທີ່ເຂົ້າມາຖ່າຍທຳຢູ່ໄທ, 3) ແຮງງານຕ່າງປະເທດຈາກກຳປູເຈຍ, ລາວ, ແລະມຽນມາ ສຳລັບອຸດສະຫະກຳອາຫານ ແລະ ການກໍ່ສ້າງ,  4) ນັກທ່ອງທ່ຽວຕ່າງປະເທດເພື່ອການແພດ ແລະ ການບໍລິການດ້ານສຸຂະພາບ.

ະ 

ປະເທດໄທໄດ້ວາງແຜນເປີດ 3 ໄລຍະ, ເຊິ່ງຊ່ວຍໃຫ້ນັກທ່ອງທ່ຽວທຸລະກິດ ແລພະນັກງານທີ່ມີຄວາມຊຳນິຊຳນານໃນໄລຍະທີ ໜຶ່ງ, ນັກທ່ອງທ່ຽວດ້ານການແພດໃນໄລຍະສອງ ແລະ ນັກທ່ອງທ່ຽວທົ່ວໄປໃນໄລຍະສາມ.

ຮຽບຮຽງຂ່າວ: ພຸດສະດີ


Ad