Top Ad

header ads

ວອນຊື້ໂລງສົບໃຫ້ແມ່ຕູ້ຢອດ ອາຍຸ62ປີດ້ວຍເຖິດ ບໍ່ມີໂລງສົບ

 


ປົກກະຕິຢູ່ນຳຜົວຕາບອດກັບລູກຊາຍ ຢູ່ບ້ານຫາດຊາຍຂາວ ແຕ່ດ້ວຍມີແຕ່ຄົນປ່ວຍນຳກັນກະມີຄວາມລຳບາກ ນັບມື້ນັບທຸກໄປໜ້າ ແຮງທຸກມື້ນີ້ເສດຖະກີດບ້ານເຮົາອັນໃດກະແພງແມ້ແຕ່ຢາກີນກໍ່ແທບບໍ່ມີເງີນຊື້ຍ້ອນ ໄດ້ແຕ່ອົດທົນກັບຄວາມຈົນທີ່ຕ້ອງປະເຊີນໜ້າເເລະຄວາມເຈັບປວດທີ່ເປັນ ໄດ້ແຕ່ອົດທົນ

ເມື່ອນັບມືແມ່ຢອດເປັນແຮງປ່ວຍເເຮງຜູ້ເປັນລູກສາວກໍ່ຢາກແບ່ງເບົາພະລະອ້າຍ ເລີຍຮັບແມ່ມາດູແລ ແຕ່ກໍ່ຄືວ່າ ໄດ້ແຕ່ພໍຫາຊື້ເຂົ້າຊື້ນ້ຳ ແລະຢາແກ້ປວດ ບໍ່ມີເງີນຈະພາໄປປີ່ນປົວຫຼືຊ່ວຍແມ່ໄດ້ດ້ວຍວີທີໃດໃດຍ້ອນຄວາມຈົນເປັນສາເຫດ

ຮັບຈ້າງຕຳຫູບໃຫ້ເພີ່ນກະພໍແຕ່ໄດ້ຊື້ກີນລ້ຽງຄອບຄົວ ບໍ່ມີເງີນພໍຈະຊື້ຢ່າງອື່ນໃດ້ເລີຍ ແມ້ແຕ່ແມ່ຕາຍ ກໍ່ຈຳໃຈໄດ້ແຕ່ຮ້ອງໃຫ້ ບໍ່ຮູ້ສີໄປຕິດຫນີ້ໂລງໃຜບໍ່ຮູ້ສີເອົາເງີນໃສມາຊື້ ບໍ່ມີທາງອອກເລີຍ ໄດ້ແຕ່ເຫັນການມອບແມ່ໃຫ້ມູນນິທີອາດເປັນທາງອອກດຽວທີ່ເພີ່ນເຮັດໄດ້

ສະນັ້ນຈື່ງວານຜູ້ໃຈບຸນຊ່ວຍຊື້ໂລງສົບໃຫ້ແມ່ຢອດດ້ວຍເຖີດ

ຜູ້ໃດໃຈບຸນຊື້ໂລງບໍລິຈາກເພີ່ນເຮົາກະສາທຸນຳເດີ້

ຄ່າໂລງສົບ5.500.000ກີບ

ໃຜອະນຸເຄາະຊ່ວຍກະສາທຸນຳເດີ້ຂໍໃຫ້ຜູ້ຊ່ວຍນັ້ນຈົ່ງມີແຕ່ບຸນບາລະມີແລະອະນິສົງບຸນມະຫາສານດ້ວຍຄວາມດີຂໍໃຫ້ສົບແມ່ຕູ້ຢອດໄປອວຍພອນພາວະນາໃຫ້ຜູ້ທີ່ຊ່ວຍລາວໃຫ້ມີແຕ່ຄວາມໂຊກດີເດີ້

ທີ່ເພີ່ນໄດ້ມາຊ່ວຍຄົນທີ່ກຳລັງລຳບາກໃຫ້ມີວັນສຸດທ້າຍຂອງຊີວີດ ນັ້ນກໍ່ຄືງານສົບດັງຄົນອື່ນ ........ວັນສຸດທ້າຍຂອງການເກີດເປັນຄົນນັ້ນກໍ່ຄືວັນຕາຍ .....ແຕ່ສີ່ງທີ່ເຈັບປວດຫຼາຍຫາກຕາຍບໍ່ມີງານສົບ

ສະນັ້ນຮ່ວມຊ່ວຍກັນເປັນບຸນ ເປັນກຸສົນແດ່ຄົນທູກດ້ວຍເຖີດສາທຸນຳ

ສາທຸຄົນແຊຣນຳເດີ້

ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ

THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL

010120001940404001 ກີບ

ສອບຖາມຂໍ້ມູນເພີ່ມເຕີມ54000089

Ad